ເນື່ອງໃນໂອກາດການສະເໜີອອກ ກ່ຽວກັບ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ເວທີປຶກສາຫາລື ວ່າດ້ວຍອາລິຍະທຳທົ່ວໂລກທີ່ຈັດຕັ້ງປະຕິບັດຫຼັກ ໂດຍ ມພຕປ ໄດ້ຈັດຂຶ້ນພາຍໃຕ້ບັນຍາກາດຄຶກຄື້ນ ຢູ່ ຕຶກກິລາ ວິທະຍາເຂດພາກຕາເວັນອອກ ຂອງ ມພຕປ. ເວທີປຶກສາຫາລື ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ “ຊ່ວຍຊຸກຍູ້ການແລກປ່ຽນສົນທະນາ ລະຫວ່າງອາລິຍະທຳທົ່ວໂລກ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະເທດ” ໂດຍມີຈຸດປະສົງເພື່ອສົ່ງເສີມການເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ຕັ້ງໜ້າປະຕິບັດຂໍ້ລິເລີ່ມອາລິຍະທຳທົ່ວໂລກ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເຊິ່ງ ມີຜູ້ຕາງໜ້າຈາກພາກລັດ, ສະຖາບັນການສຶກສາຊັ້ນສູງທັງພາຍໃນ ແລະ ຕ່າງປະເທດ, ນັກປາດ ແລະ ຊ່ຽວຊານໃນຂົງເຂດທີ່ກ່ຽວຂ້ອງ ກັບ ຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາ ມພຕປ ຈຳນວນ 600 ກວ່າຄົນເຂົ້າຮ່ວມ.

ທ່ານ ວັງຕິ້ງຮົວ, ຄະນະພັກ ມພຕປ ໄດ້ຂຶ້ນກ່າວຄຳປາໄສພາຍໃຕ້ຫົວຂໍ້ “ສະແດງໃຫ້ເຫັນພາລະກຳ ແລະ ຄວາມຮັບຜິດຊອບ ຂອງ ມະຫາວິທະຍາໄລ ໃນການປະຕິບັດອາລິຍະທຳທົ່ວໂລກຜ່ານພຶດຕິກຳຕົວຈິງ”. ທ່ານ ກົວເຢ້ໂຈ່ວ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ຈ່າງເວີຍຫວູ, ຮອງຜູ້ວ່າການທະນາຄານອຸດສາຫະກຳ ແລະ ການຄ້າຈີນ, ທ່ານ ນາງ Irina Bokova, ອະດີດຜູ້ອຳນວຍການໃຫຍ່ອົງການອຸຍແນັສໂກ (UNESCO), ທ່ານ Malakole Managai Batmalalອະທິການບໍດີມະຫາວິທະຍາໄລ ສີລັງກາ ກໍໄດ້ມີຄຳເຫັນໃນພິທີ.
ໃນເວທີປຶກສາຫາລືຄັ້ງນີ້ ຍັງໄດ້ຈັດພິທີເປີດຕົວໝາກຜົນຂອງໂຄງການບົດນິພົນຄົ້ນຄວ້າກ່ຽວກັບການສຶກສາ ແລະ ວັດທະນະທຳຂອງປະເທດທີ່ຢູ່ລຽບຕາມເຂດ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໄດ້ເປີດໂຄງການເວທີການບໍລິການດ້ານພາສາທົ່ວໂລກຢ່າງເປັນທາງການ ທັງໄດ້ເປີດຕົວດັດຊະນີການປະກອບສ່ວນເຂົ້າໃນຄວາມເຂົ້າໃຈຂອງສາກົນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ການແບກຮັບໜ້າທີ່ ຂອງ ມພຕປໃນຍຸກສະໄໝໃໝ່.
ທ່ານ ຢາງຕັ່ນ, ຮອງເລຂາຄະນະພັກ ແລະ ອະທິການບໍດີ ມພຕປ ໄດ້ຂຶ້ນກ່າວບົດລາຍງານ ພາຍໃຕ້ຫົວຂໍ້ “ຊ່ວຍຊຸກຍູ້ການແລກປ່ຽນສົນທະນາລະຫວ່າງອາລິຍະທຳທົ່ວໂລກ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະເທດ”. ທ່ານ Ismail Debeche, ປະທານສະມາຄົມມິດຕະພາບ ອານເຊຣີ-ຈີນ, ທ່ານ ຊາຕຣີ ມະນີໂກສົນ, ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລຊຽງໃໝ່, ທ່ານ Roger T.Ames, ປະທານສະຫະພັນຄົ້ນຄວ້າແນວຄິດຂົງຈືສາກົນ, ສາດສະດາຈານຮັບເຊີນ ຂອງ ມພຕປ, ທ່ານ Moxie Winter, ສ.ຈ ມະຫາວິທະຍາໄລແຫ່ງຊາດ ປະເທດສິງກະໂປ, ທ່ານ ຈ່າງຫຼົງຊີ່, ນັກບັນດິດຄົນຕ່າງປະເທດຂອງສະຖາບັນຄົ້ນຄວ້າວິທະຍາສາດເອີຣົບ, ລາຊະບັນດິດວັນນະຄະດີ, ປະຫວັດສາດ ແລະ ບູຮານຄະດີຂອງປະເທດຊູແອດ ຕ່າງກໍໄດ້ຂຶ້ນມີຄໍາເຫັນພາຍໃຕ້ຫົວຂໍ້ “ສຸມໃສ່ການສົນທະນາລະຫວ່າງຈີນ ແລະ ອາຣັບ, ຄົ້ນຄວ້າປຶກສາຫາລື ກ່ຽວກັບ ການແລກປ່ຽນສົນທະນາລະຫວ່າງອາລິຍະທຳຕ່າງໆ ກັບ ອະນາຄົດຂອງໂລກ”, “ອາລິຍະທຳທົ່ວໂລກກັບຄວາມເຂົ້າໃຈລະຫວ່າງປະເທດ”, “ການສົນທະນາລະຫວ່າງອາລິຍະທຳທີ່ເປັນຂອບໃໝ່ໃນການເຂົ້າຮ່ວມການສ້າງລະບຽບການທົ່ວໂລກທີ່ອາດເປັນໄປໄດ້”, “ອະນາຄົດຂອງອາລິຍະທຳ ກັບ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, “ຜ່ອນຜັນຕໍ່ຜູ້ອື່ນເໝືອນກັບການປະຕິບັດຕໍ່ຕົນເອງ: ວິທີການສົນທະນາ ແລະ ການຢູ່ຮ່ວມກັນ” ແລະຫົວຂໍ້ອື່ນໆຕາມລຳດັບ.
ເວທີປາໄສຍ່ອຍໄດ້ສຸມໃສ່ຫົວຂໍ້ຕ່າງໆ ເຊັ່ນ “ປະຊາຄົມຮ່ວມຊາຕາກຳ: ສິ່ງທ້າທາຍ ແລະ ອະນາຄົດ”, “ພາສາ ແລະ ວັດທະນະທຳມວນມະນຸດ”, “ການເຜີຍແຜ່ສູ່ສາກົນ ແລະ ຄວາມເຂົ້າໃຈແບບຂ້າມວັດທະນະທຳ”, “ຄວາມສະເໝີພາບທາງດ້ານການສຶກສາ ແລະ ອະນາຄົດຂອງໂລກ”, “ການສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄົບຮອບ 10 ປີ ກັບ ການຮ່ວມມືດ້ານການສຶກສາໃນຂອບອາເຊັບ”, “ອາລິຍະທຳທົ່ວໂລກກັບຄວາມຮັບຜິດຊອບຂອງຊາວໜຸ່ມ”, “ການລົບລ້າງຄວາມທຸກຍາກ, ການພັດທະນາແບບຍືນຍົງ ແລະ ຮູບແບບໃໝ່ຂອງອາລິຍະທຳແຫ່ງການພັດທະນາຂອງມວນມະນຸດ” ໂດຍມີນັກປາດທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ ຕ່າງກໍມີດຳເນີນການແລກປ່ຽນສົນທະນາຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ດັ່ງກ່າວ.