ວັນທີ 22 ກັນຍາ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ໄດ້ຮ່ວມກັບ ສຳນັກພິມການເຜີຍແຜ່ສາກົນແຫ່ງປະເທດຈີນ ແລະ ສະຖາບັນວັດທະນະທຳຈີນຈັດເວທີປຶກສາຫາລືການເຜີຍແຜ່ວັດທະນະທຳຈີນ ປີ 2023 ທີ່ນະຄອນຫຼວງປັກກິ່ງ.

ເວທີປຶກສາຫາລືຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ "ຕັ້ງໜ້າປະຕິບັດຂໍ້ລິເລີ່ມອາລິຍະທຳທົ່ວໂລກ, ຮ່ວມກັນຊຸກຍູ້ການພັດທະນາ ແລະ ຄວາມກ້າວໜ້າຂອງອາລິຍະທຳມວນມະນຸດ" ເຊິ່ງໄດ້ມີຊ່ຽວຊານແລະນັກວິຊາການທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດ ຈາກຂົງເຂດແນວຄິດວັດທະນະທຳ ແລະ ການເຜີຍແຜ່ສາກົນເປັນຈຳນວນເກືອບ400 ທ່ານເຂົ້າຮ່ວມ. ທ່ານ ຢາງຕັ່ນ, ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມພິທີເປີດ ແລະ ຂຶ້ນກ່າວຄຳປາໄສ.