ໜ້າຫຼັກ > ຂ່າວ > Content

ທ່ານ ນາງ Asma al-Assad ພັນລະຍາຂອງປະທານາທິບໍດີ ປະເທດຊີຣີໄດ້ມາຢ້ຽມຢາມ ມພຕປ

Updated: 2023-10-13


ວັນທີ 26 ກັນຍາ, ທ່ານ ນາງ Asma al-Assad ພັນລະຍາຂອງປະທານາທິບໍດີປະເທດຊີຣີ ໄດ້ມາຢ້ຽມຢາມ ມພຕປ, ໂດຍໄດ້ຂຶ້ນກ່າວຄຳປາໄສ ຢູ່ທີ່ ຫໍປະຊຸມສາກົນຕຶກອາຄານພາສາອາຣັບ ແລະ ໄດ້ແລກປ່ຽນສົນທະນາກັບແຂກທັງພາຍໃນແລະຕ່າງປະເທດທີ່ເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ ຈາກສະຖານທູດຕ່າງປະເທດ ປະຈຳ ສປ ຈີນ, ມະຫາວິທະຍາໄລ, ສະຖາບັນການຄົ້ນຄວ້າວິທະຍາສາດ ກໍຄື ຄູອາຈານ ແລະ ນັກສຶກສາ ມພຕປ, ເຊິ່ງ ທ່ານ ເຈເວີນຈ້ຽນ, ຮອງເລຂາຄະນະພັກ, ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະ ຂຶ້ນກ່າວຄຳເຫັນ.