
ວັນທີ 27 ກັນຍາ, ທ່ານ Bandula Gunawardena, ລັດຖະມົນຕີ ກະຊວງໂຍທາທິການແລະ ທາງຫຼວງ, ລັດຖະມົນຕີກະຊວງສື່ມວນຊົນແລະໂຄສົກຄະນະລັດຖະບານ ປະເທດສີລັງກາໄດ້ມາຢ້ຽມຢາມ ມພຕປ, ໂດຍມີ ທ່ານ ຢາງຕັ່ນ, ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ແລະ ທ່ານ ເຈເວີນຈ້ຽນ, ຮອງເລຂາຄະນະພັກ, ຮອງອະທິການບໍດີ ມພຕປ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ Bandula Gunawardena ພ້ອມດ້ວຍຄະນະ, ເຊິ່ງທັງສອງຝ່າຍໄດ້ແລກປ່ຽນຄຳເຫັນ ກ່ຽວກັບ ການເພີ່ມທະວີການແລກປ່ຽນສົນທະນາ ແລະ ການລົງເລິກ ຮ່ວມມືໃນດ້ານການບຳລຸງສ້າງບຸກຄະລາກອນດ້ານພາສາສີລັງກາ, ການໄປທັດສະນະສຶກສາຢູ່ຕ່າງປະເທດ ແລະ ການແລກປ່ຽນນັກສຶກສາ.