ໜ້າຫຼັກ > ຂ່າວ > Content

ທ່ານນາງ Maithree Wickremesinghe, ພັນລະຍາປະທານາທິບໍດີ ປະເທດສີລັງກາໄດ້ມາຢ້ຽມຢາມ ມພຕປ

Updated: 2023-10-27


ວັນທີ 17 ຕຸລາ, ທ່ານ ນາງ ສ.ຈ Maithree Wickremesinghe ພັນລະຍາປະທານາທິບໍດີ ຂອງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ໄດ້ມາຢ້ຽມຢາມ ມພຕປ ແລະ ກ່າວຄຳປາໄສ, ພ້ອມທັງໄດ້ແລກປ່ຽນສົນທະນາກັບຄູອາຈານ ແລະ ນັກສຶກສາທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 300 ກວ່າຄົນ ຈາກສະຖາບັນການພົວພັນສາກົນ, ສະຖາບັນອາຊີ ແລະ ສະຖາບັນອື່ນໆ ຈຳນວນ10 ສະຖາບັນ ຂອງມພຕປ, ເຊິ່ງ ທ່ານ ວັງຕິ້ງຮົວ, ເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມງານ ແລະ ຂຶ້ນກ່າວຄຳເຫັນໃນພິທີ.