
ວັນທີ 17 ຕຸລາ, ທ່ານ ຢາງຕັ່ນ, ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ໄດ້ພົບປະກັບ ທ່ານ Tuimebayev, Zhanseit Kanseituly, ອະທິການບໍດີມະຫາວິທະຍາໄລAl-Farabiປະເທດກາຊັກສະຖານ ທີ່ໄດ້ຕິດຕາມ ທ່ານ Kassym-JomartTokayev ປະທານາທິບໍດີປະເທດກາຊັກສະຖານ ເດີນທາງມາ ສປ ຈີນ ເນື່ອງໃນໂອກາດການເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ສປຈີນ, ເຊິ່ງທັງສອງຝ່າຍໄດ້ລົງນາມໃນສັນຍາເພີ່ມເຕີມ ກ່ຽວກັບ ການແລກປ່ຽນນັກສຶກສາ ແລະ ຄູອາຈານ ລະຫວ່າງມະຫາວິທະຍາໄລ 2 ແຫ່ງ ໂດຍມີ ທ່ານ ຈູ່ເຮີ້ສິ່ນປະທານກຸ່ມບໍລິສັດ CITIC ເປັນສັກຂີພິຍານໃນພິທີ.