ໜ້າຫຼັກ > ຂ່າວ > Content

ທ່ານ ນາງ Irina Bokova,ອະດີດຜູ້ອຳນວຍການໃຫຍ່ອົງການອຸຍແນັສໂກມາ ຈັດປາຖະກະຖາ ຢູ່ ມພຕປ

Updated: 2023-11-10

ວັນທີ 23 ຕຸລາ, ທ່ານ ນາງ Irina Bokova, ອະດີດຜູ້ອຳນວຍການໃຫຍ່ອົງການອຸຍແນັສໂກ, ປະທານສະພາບໍລິຫານມະຫາວິທະຍາໄລສັນຕິພາບ ຂອງ ອົງການສະຫະປະຊາຊາດໂກສະຕາຣິກາ ແລະ ຄະນະບໍດີກິຕິມະສັກ ສະຖາບັນອົງການຈັດຕັ້ງສາກົນ ມພຕປ ໄດ້ມາຈັດປາຖະກະຖາ ພາຍໃຕ້ຫົວຂໍ້ “ວັດທະນະທຳ ແລະ ການຄຸ້ມຄອງສາກົນ” ຢູ່ມພຕປ, ໂດຍມີ ທ່ານ ຢາງຕັ່ນ, ອະທິການບໍດີ, ທັງເປັນຮອງເລຂາຄະນະພັກ ມພຕປ ເຂົ້າຮ່ວມ ແລະເປັນປະທານໂດຍ ທ່ານ ຈ້າວກັ່ງ, ຄະນະປະຈຳອົງຄະນະພັກ ແລະ ຮອງອະທິການບໍດີ ມພຕປ.




ໃນການບັນຍາຍ, ທ່ານ ນາງIrina Bokova ໄດ້ສະເໜີ ກ່ຽວກັບ ສາຍພົວພັນລະຫວ່າງວັດທະນະທຳ ແລະ ການພັດທະນາແບບຍືນຍົງ, ໄດ້ນໍາສະເໜີຢ່າງລະອຽດກ່ຽວກັບ ການປະຕິບັດຕົວຈິງ ຂອງ ອົງການສະຫະປະຊາຊາດ ໃນການຜັນຂະຫຍາຍວັດທະນະທຳເຂົ້າໃນການປະຕິບັດ 17 ເປົ້າໝາຍ ຂອງ ການພັດທະນາແບບຍືນຍົງ, ພ້ອມທັງໄດ້ແລກປ່ຽນກັບບັນດານັກສຶກສາຢ່າງຟົດຟື້ນ ໂດຍປິ່ນອ້ອມຫຼາຍຫົວຂໍ້, ເຊັ່ນ: ເພດກັບການພັດທະນາແບບຍືນຍົງ, ການປະຕິບັດລະບຽບການສາກົນ ແລະ ສົນທິສັນຍາສາກົນຂອງບັນດາປະເທດ, ການສົ່ງຄືນມໍລະດົກວັດທະນະທຳ ແລະ ອື່ນໆ.

ພາຍຫຼັງການບັນຍາຍໄດ້ສິ້ນສຸດລົງ, ທ່ານ ຢາງຕັ່ນ ໄດ້ມອມປຶ້ມ “ຄຳສັບສະເພາະ ກ່ຽວກັບແນວຄິດ ແລະ ວັດທະນະທຳຈີນ” ໃຫ້ແກ່ ທ່ານ ນາງ Irina Bokova.