ໜ້າຫຼັກ > ຂ່າວ > Content

ທ່ານ ວັງຕິ້ງຮົວ ໄດ້ນຳພາຄະນະໄປຢ້ຽມຢາມປະເທດອາກຊັງຕິນ, ເບລຊິນ ແລະ ໂກສະຕາຣິກາ

Updated: 2023-11-24


ວັນທີ 9 ຫາ 17 ພະຈິກຜ່ານມາ, ທ່ານວັງຕິ້ງຮົວ, ເລຂາຄະນະພັກ ມພຕປ ໄດ້ນຳພາຄະນະໄປຢ້ຽມຢາມປະເທດອາກຊັງຕິນ, ເບລຊິນ ແລະ ໂກສະຕາຣິກາ, ເຊິ່ງໄດ້ຢ້ຽມຢາມມະຫາວິທະຍາໄລ Belgrano ອາກຊັງຕິນ, ມະຫາວິທະຍາໄລ Hurlingham ແຫ່ງຊາດອາກຊັງຕິນ, ສູນຄົ້ນຄວ້າ ອາກຊັງຕິນ-ຈີນ ພາກວິທະຍາສາດສັງຄົມມະຫາວິທະຍາໄລ Buenos Aires, ມະຫາວິທະຍາໄລການລວມຂອງອາເມຣິກາລາຕິນແຫ່ງສະຫະລັດບຣາຊິນ, ສະຖາບັນຂົງຈືມະຫາວິທະຍາໄລສາສະໜາກາໂຕລິກຣີໂອເດຈາເນໂຣ, ມະຫາວິທະຍາໄລການຮຽນທາງໄກໂກສະຕາຣິກາ ແລະ ມະຫາວິທະຍາໄລສັນຕິພາບອົງການສະຫະປະຊາຊາດ, ໂດຍໄດ້ມີການລົງນາມໃນສັນຍາການຮ່ວມມື ເພື່ອບຸກເບີກທິດທາງໃໝ່ໃນການຮ່ວມມືດ້ານການສຶກສາ ແລະການຄົ້ນຄວ້າ ກໍຄື ບຸກເບີກກາລະໂອກາດໃນການຮ່ວມມືດ້ານການສຶກສາທາງໄກ, ການຝຶກງານ ແລະ ການປະກອບອາຊີບຂອງນັກສຶກສາ, ພ້ອມທັງໄດ້ຄົ້ນຄວ້າປຶກສາຫາລື ກ່ຽວກັບ ການກໍ່ສ້າງສະຖາບັນຂົງຈື ແລະ ທັດສະນະໃໝ່ໃນການຮ່ວມມື ແລະ ການສ້າງມະຫາວິທະຍາໄລ. ນອກນັ້ນ, ຄະນະຍັງໄດ້ໄປຢ້ຽມຢາມ ສະຖານກົງສຸນໃຫຍ່ແຫ່ງປະເທດຈີນປະຈຳຣີໂອເດຈາເນໂຣ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປຈີນ ປະຈຳ ປະເທດເບລຊິນ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ປະເທດໂກສະຕາຣິກາ, ໂດຍໄດ້ແລກປ່ຽນສົນທະນາກັບພະນັກງານຢູ່ສະຖານທູດ ແລະ ລູກສິດເກົ່າຂອງ ມພຕປ. ໃນໄລຍະດຳເນີນການຢ້ຽມຢາມ, ທ່ານ ວັງຕິ້ງຮົວ ພ້ອມດ້ວຍຄະນະ ຍັງໄດ້ປຶກສາຫາລືກັບຄະນະຜູ້ແທນຈາກ ສະຖານີໂທລະພາບກາສຶກສາແຫ່ງປະເທດຈີນ ກ່ຽວກັບ ການຮ່ວມມືດ້ານການເຜີຍແຜ່ສາກົນດ້ວຍຫຼາຍພາສາຕ່າງປະເທດ, ພ້ອມທັງໄດ້ຢ້ຽມຢາມຖາມຂ່າວອາຈານ ແລະ ນັກສຶກສາຂອງ ມພຕປ ທີ່ເປັນ ທີມທັດສະນະສຶກສາ ຢູ່ ອາເມຣິກາລາຕິນ ປະຈຳປີ 2023.