ໜ້າຫຼັກ > ຂ່າວ > Content

ມພຕປ ເຂົ້າຮ່ວມເວທີປຶກສາຫາລືຊຽງໄຮ້ ກອງປະຊຸມໃຫຍ່ສາກົນກ່ຽວກັບຈີນສຶກສາ

Updated: 2023-12-08

ວັນທີ 24 ພະຈິກ, ເວທີປຶກສາຫາລືຊຽງໄຮ້ກອງປະຊຸມໃຫຍ່ສາກົນກ່ຽວກັບຈີນສຶກສາໄດ້ຈັດຂຶ້ນຢູ່ຫໍປະຊຸມສາກົນຊຽງໄຮ້ ພາຍໃຕ້ຫົວຂໍ້ “ອະລິຍະທຳຂອງປະຊາຊາດຈີນແລະເສັ້ນທາງແຫ່ງປະເທດຈີນໃນແງ່ສາກົນ”, ເຊິ່ງ ທ່ານ ຢາງຕັ່ນ, ອະທິການບໍດີ ແລະ ຮອງເລຂາຄະນະພັກ ມພຕປ ໄດ້ນຳພາຄະນະເຂົ້າຮ່ວມເວທີປາໄສດັ່ງກ່າວ


ທ່ານ ຢາງຕັ່ນ ໄດ້ຂຶ້ນປະກອບຄຳເຫັນ ພາຍໃຕ້ຫົວຂໍ້ສະເພາະ “ຍຸດທະສາດດ້ານພາສາຂອງປະເທດໃຫຍ່: ຖືເອົາພາສາເປັນສື່ ແລະ ສົ່ງເສີມການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳ” ໃນເວທີປຶກສາຫາລືຍ່ອຍ “ການແລກປ່ຽນດ້ານອະລິຍະທຳ: ອະລິຍະທຳຍຸກປັດຈຸບັນຂອງປະຊາຊາດຈີນໃນແງ່ສົມທຽບ”.

ກອງປະຊຸມໃຫຍ່ຄັ້ງນີ້ເປັນເຈົ້າພາບຮ່ວມຈັດໂດຍ ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານປະເທດຈີນ ແລະ ອຳນາດການປົກຄອງນະຄອນຊຽງໄຮ້, ເຊິ່ງໃນກອງປະຊຸມ ໄດ້ປະກາດການສ້າງຕັ້ງ ສະຫະພັນການຄົ້ນຄວ້າສາກົນ ກ່ຽວກັບ ຈີນສຶກສາ ແລະໄດ້ມອບລາງວັນໃຫ້ແກ່ຜູ້ມີຜົນງານດີເດັ່ນດ້ານຈີນສຶກສາ ປະຈຳປີ 2023, ໂດຍມີຊ່ຽວຊານ ແລະ ນັກປາດ ກໍຄືຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງຈຳນວນ 400 ກວ່າຄົນ ຈາກເກືອບ 60 ປະເທດແລະເຂດແຄວ້ນເຂົ້າຮ່ວມ.