ໃນລະຫວ່າງວັນທີ 1 ຫາ10 ທັນວາ, ທ່ານຢາງຕັ່ນ, ອະທິການບໍດີ, ທັງເປັນຮອງເລຂາຄະນະພັກ ມພຕປ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມປະເທດເອທິໂອປີ, ມາດາກາສະກາ ແລະ ຕັງຊານີ, ໂດຍໄດ້ໄປຢ້ຽມຢາມບໍລິສັດວິສະວະກຳໂຍທາທິການແຫ່ງປະເທດຈີນປະຈຳເອທິໂອປີຈຳກັດ, ມະຫາວິທະຍາໄລອັດດິດອາເບບາ, ສູນຄວບຄຸມພະຍາດ ສະຫະພາບອາຟຣິກາ, ສຳນັກງານຮອງນາຍົກລັດຖະມົນຕີ, ທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດປະເທດ ເອທິໂອປີ, ຫໍສະໝຸດເອກະສານສຳເນົາແຫ່ງຊາດເອທິໂອປີ, ພະແນກການສຶກສາສະຫະພາບອາຟຣິກກາ, ມະຫາວິທະຍາໄລສ້າງຄູອັງຕານານາຣິວ ມາດາກາສະກາ, ມະຫາວິທະຍາໄລອັງຕານານາຣິວ, ສະມາຄົມຊາວຈີນຕ່າງດ້າວຢູ່ມາດາກາສະກາ, ມະຫາວິທະຍາໄລດາເລັສຊາລາມຕານຊັງນີ ແລະ ສູນຄົ້ນຄວ້າປະເທດຈີນທີ່ສັງກັດສະຖາບັນຂົງຈືມະຫາວິທະຍາໄລດາເລັສຊາລາມ, ບໍລິສັດStarTimes ຕັງຊານີຈຳກັດ, ບໍລິສັດວິສະວະກຳໂຍທາທິການແຫ່ງປະເທດຈີນ ຢູ່ອາຟຣິກກາຕາເວັນອອກຈຳກັດ ແລະ ບໍລິສັດວິສາວະກຳອ່າວທະເລຈີນ ສາຂາຕັງຊານີ, ເຊິ່ງການຢ້ຽມຢາມຄັ້ງນີ້ໄດ້ບຸກເບີກຊ່ອງທາງການຮ່ວມມືໃໝ່ລະຫວ່າງ ມພຕພ ກັບ ມະຫາວິທະຍາໄລທີ່ມີຊື່ສຽງຂອງອາຟຣິກກາ; ສ້າງຮູບແບບໃໝ່ໃນການບຳລຸງສ້າງບຸກຄະລາກອນ ແລະ ເປີດໂອກາດການຝຶກງານ ແລະ ການປະກອບອາຊີບ ຮ່ວມກັບອົງການຈັດຕັ້ງສາກົນອັນດັບແຖວໜ້າ; ໄດ້ໄປຢ້ຽມຢາມຄະນະທູຕານຸທູດແຫ່ງ ສປ ຈີນ ປະຈຳ ສະຫະພາບອາຟຣິກກາ, ສະຖານທູດ ສປຈີນ ປະຈຳ ປະເທດເອທິໂອປີ, ສະຖານທູດ ສປ ຈີນ ປະຈຳ ປະເທດມາດາກາສະກາ ແລະ ສະຖານທູດ ສປ ຈີນປະຈຳປ ະເທດຕັງຊານີ ໂດຍໄດ້ມີການແລກປ່ຽນສົນທະນາກັບພະນັກງານຢູ່ສະຖານທູດ ແລະຄະນະທູດ.
