ໜ້າຫຼັກ > ຂ່າວ > Content

ມພຕປ ເຂົ້າຮ່ວມກອງປະຊຸມພາສາຈີນທົ່ວໂລກ ປະຈຳປີ 2023

Updated: 2023-12-22

ກອງປະຊຸມພາສາຈີນທົ່ວໂລກ ປະຈຳປີ 2023 ໄດ້ໄຂຂຶ້ນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງປັກກິ່ງ ໃນລະຫວ່າງວັນທີ 7 ຫາ 9 ທັນວາ ພາຍໃຕ້ຫົວຂໍ້ “ພາສາຈີນຮັບໃຊ້ທົ່ວໂລກ, ການເປີດປະຕູນຳໜ້າອະນາຄົດ”, ໂດຍມີຊ່ຽວຊານ ແລະ ນັກປາດທີ່ກ່ຽວຂ້ອງທັງພາຍໃນແລະ ຕ່າງປະເທດ, ເຈົ້າໜ້າທີ່ຂອງປະເທດຕ່າງໆ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ແລະຜູ້ອຳນວຍການຂອງອົງການຈັດຕັ້ງດ້ານພາສາ ແລະ ວັດທະນະທຳສາກົນ ປະມານ2000 ຄົນເຂົ້າຮ່ວມ. ທ່ານ ວັງຕິ້ງຮົວ, ເລຂາຄະນະພັກ ມພຕປ, ທ່ານເຈ້ຍເຕີຈົງ, ຄະນະປະຈຳອົງຄະນະພັກ, ທັງເປັນຮອງອະທິການບໍດີ ມພຕປ, ທ່ານເຈເວີນຈ້ຽນ, ຮອງເລຂາຄະນະພັ, ທັງເປັນຮອງອະທິການບໍດີ ມພຕປ ຕ່າງກໍໄດ້ເຂົ້າຮ່ວມກອງປະຊຸມ ຕາມການເຊື້ອເຊີນ ແລະ ໄດ້ຂຶ້ນກ່າວຄຳເຫັນໃນເວທີສົນທະນາຫົວຂໍ້ສະເພາະຫຼາຍເວທີ, ໄດ້ເປັນປະທານໃຫ້ແກ່ເວທີສົນທະນາຍ່ອຍ, ເຂົ້າຮ່ວມເວທີສົນທະນາຫຼັກຂອງກອງປະຊຸຸມແລະ ກອງປະຊຸມຄົບຄະນະອື່ນໆທີິ່ຈັດຂຶ້ນໃນຄັ້ງນີ້.