ວັນທີ 6 ມັງກອນ, ເວທີປຶກສາຫາລືປີໃໝ່ ມພຕປ ປະຈຳປີ 2024: ການສົນທະນາ ກ່ຽວກັບການທູດສາທາລະນະ ຈີນ-ເອີຣົບ ໄດ້ຈັດຂຶ້ນຜ່ານລະບົບອອນລາຍ ແລະ ອອບລາຍ ໂດຍການເປັນເຈົ້າພາບຂອງ ມພຕປ ແລະ ຮັບຈັດຕັ້ງປະຕິບັດໂດຍ ສະຖາບັນຄົ້ນຄວ້າການບໍລິຫານພາກພື້ນ ແລະ ສາກົນ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າຮ້ອຍທ່ານ ທີ່ມາຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຄ້າ, ສະມາຄົມມິດຕະພາບປະຊາຊົນຈີນກັບນານາຊາດ, ສູນຄົ້ນຄວ້າການພັດທະນາ ຄະນະລັດຖະບານ, ສະມາຄົມເອີຣົບແຫ່ງປະເທດຈີນ, ຄະນະຜູ້ຕາງໜ້າສະຫະພາບເອີຣົບປະຈຳ ສປ ຈີນ, ສະພາການຄ້າແຫ່ງປະເທດຈີນປະຈຳເອີຣົບ, ນອກນັ້ນ ຍັງມີຜູ້ຕາງໜ້າຈາກມະຫາວິທະຍາໄລຕ່າງໆ, ຄັງປັນຍາຫຼັກ ແລະ ສື່ມວນຊົນ. ທ່ານ ຢາງຕັ່ນ (Yang Dan) ອະທິການບໍດີ ທັງເປັນຮອງເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມເວທີປຶກສາຫາລືດັ່ງກ່າວ ແລະ ຂຶ້ນກ່າວຄຳເຫັນ.

ໃນກອງປະຊຸມ ຍັງໄດ້ຈັດພິທີເປີດປ້າຍສູນຄົ້ນຄວ້າເອີຣົບ ແລະ ການພັດທະນາຢູ່ເຂດແຄວ້ນ ພ້ອມທັງໄດ້ມອບໃບຮັບຊ່ຽວຊານໃຫ້ແກ່ທີ່ປຶກສາດ້ານວິຊາການ ແລະ ສະມາຊິກຄະນະກຳມະການວິຊາການ.
ເວທີປຶກສາຫາລືຫຼັກໄດ້ດຳເນີນໄປພາຍໃຕ້ 2 ຫົວຂໍ້ ຄື “ຕົວຢ່າງຂອງທະວີບເອີຣົບໃນວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ” ແລະ “ການສົນທະນາ ແລະ ການຮ່ວມມືລະຫວ່າງຈີນ ແລະ ເອີຣົບໃນໂລກຫຼາຍຂົ້ວ”; ເວທີປຶກສາຫາລືຍ່ອຍໄດ້ດຳເນີນການຄົ້ນຄວ້າປຶກສາຫາລືພາຍໃຕ້ 2 ຫົວຂໍ້ ຄື “ການພັດທະນາ ແລະ ການບໍລິຫານຄວາມທັນສະໄໝແບບເອີຣົບ” ແລະ “ສະພາບການຫຼາຍຂົ້ວ, ການສູ້ຢັນລະຫວ່າງມະຫາປະເທດ ແລະ ສາຍພົວພັນ ຈີນ-ເອີຣົບ” ເຊິ່ງຊ່ຽວຊານ ແລະ ນັກປາດຈາກມະຫາວິທະຍາໄລ ແລະ ຄັງປັນຍາຫຼັກທັງພາຍໃນ ແລະ ຕ່າງປະເທດໄດ້ດຳເນີນການປຶກສາຫາລືຢ່າງເລິກເຊິ່ງຮອບດ້ານໂດຍປິ່ນອ້ອມຫົວຂໍ້ຂອງກອງປະຊຸມ.
ຈາກນັ້ນ, ໄດ້ຈັດເວທີປຶກສາຫາລືການທູດສາທາລະນະ ຈີນ-ເອີຣົບ ພາຍໃຕ້ຫົວຂໍ້ “ເພີ່ມທະວີຄວາມເຂົ້າໃຈ ແລະ ລົບລ້າງຂໍ້ຂັດແຍ້ງ” ພາຍໃຕ້ການເປັນເຈົ້າພາບຮ່ວມ ຂອງ ມພຕປ ແລະ ສະມາຄົມການທູດສາທາລະນະແຫ່ງປະເທດຈີນ, ເຊິ່ງໄດ້ເຊື້ອເຊີນຜູ້ແທນຈາກວົງການການເມືອງ, ການສຶກສາຄົ້ນຄວ້າ ແລະ ການຄ້າຈາກ ຈີນ ແລະ ເອີຣົບ ມາດຳເນີນການສົນທະນາ ພາຍໃຕ້ຫົວຂໍ້ ສັນຕິພາບ ການພັດທະນາ ແລະ ອະລິຍະທຳ ເພື່ອແລກປ່ຽນບົດຮຽນ, ຄົ້ນຄວ້າຫາຄວາມຮູ້ໃໝ່ ແລະ ສະແຫວງຫາຄວາມເຫັນເປັນເອກະພາບກັນ.