ໜ້າຫຼັກ > ຂ່າວ > Content

ມພຕປ ກໍານົດແຜນວຽກ ໃນສົກຮຽນລະດູບານໃໝ່ ປີ 2024

Updated: 2024-03-04

ວັນທີ 28 ກຸມພາ 2024, ກອງປະຊຸມກໍານົດແຜນວຽກໃນສົກຮຽນລະດູບານໃໝ່ ປີ 2024 ມພຕປ ໄດ້້ໄຂຂຶ້ນຢູ່ຫໍປະຊຸມສາກົນ ຕຶກອາຄານພາສາອາຣັບ.

                                             

ທ່ານ ວັງຕິ້ງຮົວ ເລຂາຄະນະພັກ ມພຕປ ໄດ້ກໍານົດແຜນການຢ່າງຮອບດ້ານຕໍ່ວຽກງານສົກປີ 2024 ຈາກ 10 ດ້ານ ຄື: 1) ດຳເນີນການປະເມີນຜົນຕໍ່ຜົນການສຶກສາ ແລະ ການຮຽນ-ການສອນລະດັບປະລິນຍາຕີ ເພື່ອບັນລຸການຊຸກຍູ້ການພັດທະນາດ້ວຍການປະເມີນຜົນ; 2) ກໍານົດແຜນການໄລຍະຍາວຕໍ່ການກໍ່ສ້າງຂະແໜງວິຊາ; 3) ຍົກລະດັບການກໍ່ສ້າງດ້ານໂຄງການ “2 ລະດັບໜຶ່ງ” ; 4) ຍູ້ແຮງການກໍ່ສ້າງພັກ ໄປຄຽງຄູ່ກັບການສຶກສາອົບຮົມດ້ານຮູບຖານແນວຄິດ; 5) ດຳເນີນການສຶກສາປິ່ນອ້ອມ 5 ດ້ານ ເພື່ອຊຸກຍູ້ວຽກງານບຳລຸງສ້າງບຸກຄະລາກອນທີ່ມີຄຸນສົມບັດ; 6) ດຳເນີນການຄັດເລືອກ ແລະ ສ້າງຜູ້ສືບທອດໃຫ້ແກ່ຖັນແຖວພະນັກງານ; 7) ດຳເນີນການປັບປຸງດ້ານກົງຈັກເພື່ອເຕົ້າໂຮມຊັບພະຍາກອນ; 8) ຍົກລະດັບການບໍລິຫານ ແລະ ແລກປ່ຽນນຳພາກສ່ວນທີ່ປະຕິບັດງານໄດ້ດີ; 9) ເພີ່ມທະວີການພົວພັນແລກປ່ຽນ ເພື່ອເຊື່ອມສານລະຫວ່າງພາຍໃນ ແລະ ຕ່າງປະເທດ; 10) ປະຕິບັດວຽກງານການຄ້ຳປະກັນໃຫ້ເປັນຢ່າງດີ ເພື່ອບັນລຸຄວາມກ້າວໜ້າ.

ໃນດ້ານວຽກງານການແລກປ່ຽນ ແລະ ການຮ່ວມມືສາກົນ, ເພິ່ນໄດ້ຊີ້ໃຫ້ເຫັນວ່າ ຕ້ອງຕັ້ງໜ້າປະກອບສ່ວນເຂົ້າໃນການເປີດປະຕູດ້ານການສຶກສາ, ວາງແຜນຢ່າງເອກະພາບເພື່ອປະຕິບັດວຽກງານ “ນຳເຂົ້າ” ແລະ “ກ້າວໄປສູ່ພາຍນອກ” ໃຫ້ດີ. ບັນລຸການບຸກເບີກສະພາບການໃໝ່ໃນການຮ່ວມມືກັບຕ່າງປະເທດອີກກ້າວໜຶ່ງ, ສືບຕໍ່ຊຸກຍູ້ດຳເນີນການຮ່ວມມືກັບມະຫາວິທະຍາໄລທີ່ຈັດຢູ່ໃນ 200 ອັນດັບທຳອິດ ຕາມຜົນການຈັດລຳດັບມະຫາວິທະຍາໄລໃນທົ່ວໂລກ ໂດຍບໍລິສັດ QS ແລະ ມະຫາວິທະຍາໄລລຳດັບໜຶ່ງຂອງປະເທດທີ່ນຳໃຊ້ພາສາທີ່ບໍ່ນຳໃຊ້ທົ່ວໄປໃນທົ່ວໂລກ. ຕ້ອງຍົກສູງຄຸນະພາບການຮັບສະໝັກ ແລະ ການບຳລຸງສ້າງນັກສຶກສາຕ່າງປະເທດທີ່ມາຮຽນຢູ່ຈີນ, ວາງແຜນຢ່າງເອກະພາບເພື່ອສ້າງລະບົບການເຮັດວຽກ “ຮັບສະໝັກ-ບຳລຸງສ້າງ-ປະກອບອາຊີບ” ສຳລັບນັກສຶກສາຈີນ ແລະ ຕ່າງປະເທດ, ປະດິດສ້າງໃໝ່ດ້ານການສ້າງກົນໄກການມາຮຽນຢູ່ຈີນ ແລະ ຮູບແບບການບໍລິຫານການຮັບສະໝັກນັກສຶກສາ ເພື່ອສ້າງຊື່ສຽງຂອງ “ການມາຮຽນຕໍ່ຢູ່ ມພຕປ”.