ໜ້າຫຼັກ > ຂ່າວ > Content

ທ່ານ Adam Mahomed Habib ອະທິການບໍດີ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ ໄດ້ມາຢ້ຽມຢາມ ມພຕປ

Updated: 2024-03-18

ທ່ານ Adam Mahomed Habib ອະທິການບໍດີ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ ໄດ້ມາຢ້ຽມຢາມ ມພຕປ

ວັນທີ 12 ມີນາ, ທ່ານ Adam Mahomed Habib ອະທິການບໍດີ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ ໄດ້ມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ເຊິ່ງທ່ານ ວັງຕິ້ງຮົວ ເລຂາຄະນະພັກ ມພຕປ ແລະ ທ່ານ ເຈເວີນຈ້ຽນ ຮອງເລຂາຄະນະພັກ ທັງເປັນຮອງອະທິການບໍດີ ມພຕປ ໄດ້ຕ້ອນຮັບຄະນະຜູ້ແທນທີ່ນຳໂດຍ ທ່ານ Habib.

ໃນການພົບປະດັ່ງກ່າວ, ທ່ານ ວັງຕິ້ງຮົວ ໄດ້ແນະນໍາສະພາບການພັດທະນາ ແລະ ການສ້າງຂະ ແໜງວິທະຍາສາດ ກໍຄື ການແລກປ່ຽນພົວພັນກັບຕ່າງປະເທດຂອງ ມພຕປ, ຫວັງວ່າ ການພົບປະຄັ້ງນີ້ຈະຊຸກຍູ້ໃຫ້ສອງມະຫາວິທະຍາໄລລົງເລິກການຮ່ວມມືໃນຂົງເຂດຮ່ວມກັນດຳເນີນກິດຈະການການຮຽນການສອນ ແລະ ການສຶກສາ, ຮ່ວມກັນບຳລຸງສ້າງນັກສຶກສາ, ຮ່ວມກັນດຳເນີນການຄົ້ນຄວ້າວິທະຍາສາດ ແລະ ຂົງເຂດອື່ນໆ, ສາມາດຮ່ວມມືກັນກ້າວໄປຂ້າງໜ້າ.

ທ່ານ Habib ໄດ້ແນະນຳສະພາບໂດຍລວມຂອງສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ, ພ້ອມທັງສະແດງຄວາມຍິນດີຮ່ວມກັບ ມພຕປ ຊຸກຍູ້ການຮ່ວມມືດ້ານການຮຽນການສອນ ແລະ ການຄົ້ນຄວ້າວິທະຍາສາດຢ່າງຮອບດ້ານ, ຮ່ວມກັນຄົ້ນຄວ້າເສັ້ນທາງປະດິດສ້າງໃໝ່ໃນການບຳລຸງສ້າງ ແລະ ການພັດທະນາຂອງໄວໜຸ່ມ.

ຈາກນັ້ນ, ທ່ານ ວັງຕິ້ງຮົວ ແລະ ທ່ານ Habib ໄດ້ຕາງໜ້າມະຫາວິທະຍາໄລຂອງຕົນລົງນາມໃນສັນຍາໂຄງການຮ່ວມມືກ່ຽວກັບຫຼັກສູດປະລິນຍາໂຕ.