ວັນທີ 15 ມີນາ, ທ່ານ Carl W. Lejuez, ຮອງອະທິການບໍດີ ທັງເປັນຫົວໜ້າພະແນກການຮຽນ-ການສອນ ຂອງ ມະຫາວິທະຍາໄລ Stony Brook ອາເມຣິກາ ໄດ້ມາຢ້ຽມຢາມ ມພຕປ, ເຊິ່ງ ທ່ານ ຫວັງຕິ້ງຮົວ, ເລຂາຄະນະພັກ ມພຕປ ແລະ ທ່ານ ເຈເວີນຈ້ຽນ ຮອງເລຂາຄະນະພັກ, ທັງເປັນຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມການພົບປະເຈລະຈາ.

ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການດຳເນີນການຮ່ວມມືຢ່າງເລິກເຊິ່ງໃນຂົງເຂດຕ່າງໆ, ເຊັ່ນ: ການ ດຳເນີນກິດຈະການການຮຽນ-ການສອນ ແລະ ການສຶກສາ, ຮ່ວມກັນບຳລຸງສ້າງນັກສຶກສາ, ການແລກປ່ຽນຄູອາຈານ ແລະ ນັກສຶກສາ, ການຮຽນການສອນ ແລະ ການຄົ້ນຄວ້າວິທະຍາສາດ.