ໜ້າຫຼັກ > ຂ່າວ > Content

ທ່ານ Andrei Karol ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ປະເທດເບລາຣຸດຊີ ໄດ້ມາຢ້ຽມຢາມ ມພຕປ

Updated: 2024-04-01

ວັນທີ 21 ມີນາ, ທ່ານ Andrei Karol ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ປະເທດເບລາຣຸດຊີ ໄດ້ມາຢ້ຽມຢາມ ມພຕປ, ເຊິ່ງທ່ານ ເຈເວີນຈ້ຽນ ຮອງເລຂາຄະນະພັກ ທັງເປັນຮອງອະທິການບໍດີ ມພຕປ ໄດ້ຕ້ອນຮັບຄະນະຜູ້ແທນ.


ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເປີດກວ້າງ ແລະ ດຳເນີນການຮ່ວມມືໃນຂົງເຂດຕ່າງໆໃຫ້ເປັນຮູບປະທຳ, ເຊັ່ນ: ການແລກປ່ຽນດ້ານວິຊາການ, ການຝຶກອົບຮົມຄູອາຈານ ແລະ ການສຶກສາທາງໄກເປັນຕົ້ນ. ຈາກນັ້ນ, ທ່ານ ເຈເວີນຈ້ຽນ ໄດ້ມອບໃບຮັບຮອງເຂົ້າເປັນ ສະມາຊິກຄະນະກຳມະການຮຽບຮຽງ ປຶ້ມ ການຄົ້ນຄວ້າສະລາວີຢູ່ປະເທດຈີນໃຫ້ແກ່ ທ່ານ Andrei Karol.