ໜ້າຫຼັກ > ຂ່າວ > Content

ທ່ານນາງ Iliana Ivanova ກຳມະການວຽກງານນະວັດຕະກຳ, ການຄົ້ນຄວ້າ, ວັດທະນະທຳ, ການສຶກສາ ແລະ ຊາວໜຸ່ມ ຄະນະກຳມະການສະຫະພາບເອີຣົບ ໄດ້ມາຢ້ຽມຢາມ ມພຕປ

Updated: 2024-04-15

ຕອນບ່າຍຂອງວັນທີ 30 ມີນາ, ທ່ານ ນາງ Iliana Ivanova ກຳມະການວຽກງານນະວັດຕະກຳ, ການຄົ້ນຄວ້າ, ວັດທະນະທຳ, ການສຶກສາ ແລະ ຊາວໜຸ່ມ ຂອງຄະນະກຳມະການສະຫະພາບເອີຣົບ ໄດ້ມາຢ້ຽມຢາມ ມພຕປ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງທີ 6 ຂອງກົນໄກການແລກປ່ຽນ ແລະ ສົນທະນາດ້ານວັດທະນະທຳ ມະນຸດລະດັບສູງຈີນ-ເອີລົບຢູ່ນະຄອນຫຼວງປັກກິ່ງ. ທ່ານ ເຊິນເຈ(Chen Jie), ຄະນະພັກ, ທັງເປັນຮອງລັດຖະມົນຕີກະຊວງສຶກສາທິການ ສປ ຈີນ, ທ່ານ ຢາງຕັ່ນ (Yang Dan), ຫົວໜ້າກົມຮ່ວມມື ແລະ ການແລກປ່ຽນສາກົນ ກະຊວງສຶກສາທິການ ສປ ຈີນ, ທ່ານ ວັງຕິ້ງຮົວ (Wang Dinghua) ເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມພິທີຕ້ອນຮັບ ໂດຍເປັນປະທານຂອງທ່ານ ເຈເວີນຈ້ຽນ (Jia Wenjian) ຮອງເລຂາຄະນະພັກ, ທັງເປັນຮອງອະທິການບໍດີ ມພຕປ.


ໃນພິທີຕ້ອນຮັບ, ທ່ານ ເຊິນເຈ ໄດ້ມອບປຶ້ມ“ຄວາມຝັນໃນຫໍແດງ” ສະບັບພາສາບູນກາລີ, ປຶ້ມ ວັດທະນະທຳຈີນ ສະບັບພາສາແອັດສະປາຍ ແລະ ແບບຮຽນ ການເວົ້າພາສາດານມາກພາກຕົ້ນ ທີ່ອອກພິມໂດຍ ມພຕປ ໃຫ້ແກ່ທ່ານ ນາງ Iliana Ivanova, ທ່ານ Jorge Toledo Albiñana ຫົວໜ້າຄະນະຜູ້ແທນຂອງສະຫະພາບເອີຣົບ ປະຈຳ ສປ ຈີນ, ທ່ານ ນາງ Pia Ahrenkilde Hansen ຫົວໜ້າກົມໃຫຍ່ສຶກສາທິການ ແລະ ວັດທະນະທຳ ສະຫະພາບເອີຣົບ ຕາມລຳດັບ. ນອກຈາກນີ້ແລ້ວ ທ່ານ ວັງຕິ້ງຮົວ ແລະ ທ່ານ ນາງ Iliana Ivanova ຕ່າງໄດ້ກ່າວຄຳປາໄສ.

ພາຍຫຼັງພິທີຕ້ອນຮັບສິ້ນສຸດລົງ, ຄະນະຜູ້ແທນທີ່ນຳໂດຍ ທ່ານ ນາງ Iliana Ivanova ໄດ້ໄປຢ້ຽມຢາມຫ້ອງການການຮຽນການສອນ-ການຄົ້ນຄວ້າພາສາບູນກາລີ ສະຖາບັນເອີລົບ ມພຕປ ເພື່ອຊອກຮູ້ສະພາບການກໍ່ສ້າງພາກວິຊາພາສາບູນກາລີ ແລະ ພາສາອື່ນໆຂອງສະຫະພາບເອີຣົບຢ່າງລະອຽດ. ຫຼັງຈາກນັ້ນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຊົມສວນອຸທິຍານມິດຕະພາບ ຈີນ-ເອີລົບ ທີ່ສ້າງຂຶ້ນໃນປີ 2015 ເຊິ່ງໄດ້ເປັນສັກຂີພິຍານໃຫ້ແກ່ການພົວພັນແບບໄມຕີຈິດມິດຕະພາບລະຫວ່າງຈີນ-ເອີລົບ.