ວັນທີ 8 ຫາ ວັນທີ 17 ເມສາ, ທ່ານ ວັງຕິ້ງຮົວ ເລຂາຄະນະພັກ ມພຕປ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມປະເທດ ເນປານ, ຫວຽດນາມ ແລະ ອິນໂດເນເຊຍ ໂດຍໄດ້ໄປຢ້ຽມຢາມມະຫາວິທະຍາໄລ ແລະ ອົງການຈັດຕັ້ງພາກລັດຫຼາຍແຫ່ງ, ເຊັ່ນ: ມະຫາວິທະຍາໄລ Tribhuvan, ມະຫາວິທະຍາໄລກັດມັນດູ, ວິທະຍາເຂດ ກັດມັນດູ ມະຫາວິທະຍາໄລ ສັນສະກິດ ເນປານ, ມະຫາວິທະຍາໄລກົດໝາຍ ຮ່າໂນຍ, ມະຫາວິທະຍາໄລການຄ້າຕ່າງປະເທດ ຫວຽດນາມ, ວິທະຍາໄລກົດໝາຍທີ່ຂຶ້ນກັບມະຫາວິທະຍາໄລ ເຮວ້, ສູນພັດທະນາ ແລະ ການສ້າງສາດ້ານພາສາ ສາຂາບັນດຸງ ກະຊວງສຶກສາທິການ ອິນໂດເນເຊຍ ແລະ ມະຫາວິທະຍາໄລການສຶກສາ ອິນໂດເນເຊຍ ເພື່ອຊອກຄົ້ນຊ່ອງທາງໃໝ່ໃນການຮ່ວມມືກັບມະຫາວິທະຍາໄລຂະແໜງພາສາຕ່າງປະເທດ, ການຄ້າ, ນິຕິສາດ ແລະ ການສຶກສາອັນດັບໜຶ່ງຂອງປະເທດອາຊີໃຕ້ ແລະ ປະເທດອາຊີຕາເວັນອອກສຽງໃຕ້, ສ້າງຮູບແບບໃໝ່ຂອງການຮ່ວມມືກັບພາກລັດຂອງປະເທດດັ່ງກ່າວ, ສ້າງຮູບແບບໃໝ່ໃນການຮ່ວມມືດ້ານການຄົ້ນຄວ້າປະເທດ ແລະ ພາກພື້ນ ແລະ ຂະຫຍາຍຂົງເຂດໃໝ່ດ້ານການຮຽນການສອນ ແລະ ການຄົ້ນຄວ້າວິທະຍາສາດ ກໍຄື ການແລກປ່ຽນຄູອາຈານ ແລະ ນັກສຶກສາ. ທ່ານ ວັງຕິ້ງຮົວ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມສະຖານທູດຈີນ ປະຈຳ ປະເທດເນປານ, ສະຖານທູດຈີນ ປະຈຳ ປະເທດຫວຽດນາມ, ສະຖານກົງສຸນຈີນ ປະຈຳໂຮ່ຈິມິນ ແລະ ສະຖານທູດຈີນ ປະຈຳ ປະເທດອິນໂດເນເຊຍ, ໄດ້ໄປຢ້ຽມຢາມລູກສິດເກົ່າຢູ່ຕ່າງປະເທດ ແລະ ໄດ້ໄປຢ້ຽມຢາມວິສາຫະກິດເພື່ອຊອກຫາໂອກາດເຮັດວຽກໃຫ້ນັກສຶກສາ ພ້ອມທັງໄດ້ສ້າງຕັ້ງສະມາຄົມລູກສິດເກົ່າຢູ່ຕ່າງປະເທດທີ 11ຂອງ ມພຕປ ຢູ່ອິນໂດເນເຊຍ.
