ວັນທີ 29 ເມສາ, ທ່ານ Clifton Grima, ລັດຖະມົນຕີກະຊວງສຶກສາທິການ, ກິລາ, ຊາວໜຸ່ມ, ການຄົ້ນຄວ້າ ແລະ ການປະດິດສ້າງໃໝ່ ແຫ່ງ ປະເທດມານຕາ ໄດ້ມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ), ໂດຍມີ ທ່ານ ເຈເວີນຈ້ຽນ ອະທິການບໍດີ ແລະ ຮອງເລຂາຄະນະພັກ ມພຕປ ກັບ ທ່ານ ຈ້າວກັ່ງ ຄະນະປະຈຳພັກ ແລະ ຮອງອະທິການບໍດີ ມພຕປ ໄດ້ຕ້ອນຮັບຄະນະຜູ້ແທນທີ່ນຳໂດຍ ທ່ານ Clifton Grima.

ທ່ານ Clifton Grima ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ “ການພັດທະນາຢ່າງຮອບດ້ານຂອງບຸກຄະລາກອນຊາວໜຸ່ມ” ແລະ ໄດ້ຕອບຄຳຖາມຂອງຄູອາຈານ ແລະ ນັກສຶກສາທີ່ໄດ້ມາເຂົ້າຮ່ວມງານຢູ່ສະຖານທີ່ນັ້ນ ກ່ຽວກັບເອກະລັກສະເພາະຂອງລະບົບການສຶກສາຊັ້ນສູງ, ການກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມ, ການສຶກສາ ແລະ ການປະດິດສ້າງໃໝ່, ການພັດທະນາແບບເຊື່ອມໂຍງດ້ານກິລາຢູ່ປະເທດມານຕາ ແລະອື່ນໆ.
ກ່ອນການກ່າວຄຳປາໄສ, ນັກສຶກສາທີ່ຮຽນວິຊາພາສາມານຕາ ຂອງ ມພຕປ ໄດ້ສະແດງຮ້ອງເພງພາສາມານຕາ ທີ່ມີຫົວຂໍ້ຊື່ວ່າ “Xemx” (ດວງຕາເວັນ) ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຢ່າງເປັນເອກະພາບຈາກແຂກທີ່ໄດ້ເຂົ້າຮ່ວມງານ. ນອກຈາກນີ້ແລ້ວ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມຫໍພິພິທະພັນພາສາທົ່ວໂລກ ມພຕປ.