ວັນທີ 26 ເມສາ, ຄະນະພັກກະຊວງສຶກສາທິການ ສປ ຈີນໄດ້ປະກາດ ແຕ່ງຕັ້ງ ແລະ ປົດຕຳແໜ່ງຄະນະນຳບາງທ່ານ ຂອງ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ), ເຊິ່ງທ່ານ ເຈເວີນຈ້ຽນ ດຳລົງຕຳແໜ່ງເປັນອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ຄົນໃໝ່ ແທນ ທ່ານ ຢາງຕັ່ນ.

ທ່ານ ເຈເວີນຈ້ຽນ ເກີດເດືອນມິຖຸນາ ປີ 1967, ຈົບປະລິນຍາເອກ, ເປັນສະມາຊິກພັກກອມມູນິດຈີນ, ເປັນສາດສະດາຈານແລະ ເຄີຍດຳລົງຕຳແໜ່ງເປັນຮອງເລຂາຄະນະພັກ, ຮອງອະທິການບໍດີ ມພຕປ.