ວັນທີ 20 ພຶດສະພາ, ທ່ານ Andrei Ivanets ລັດຖະມົນຕີກະຊວງສຶກສາທິການແຫ່ງປະເທດເບລາຣຸດຊີ ໄດ້ນຳພາຄະນະຜູ້ແທນມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ), ໂດຍມີທ່ານ ເຈເວີນຈ້ຽນ ຮອງເລຂາຄະນະພັກ, ທັງເປັນ ອະທິການບໍດີ ມພຕປ ແລະ ທ່ານ ຈ້າວກັ່ງ ຄະນະປະຈຳພັກ, ທັງເປັນ ຮອງອະທິການບໍດີ ມພຕປ ໄດ້ຕ້ອນຮັບຄະນະຜູ້ແທນທີ່ນຳໂດຍ ທ່ານ Andrei Ivanets. ທັງສອງຝ່າຍໄດ້ພົບປະເຈລະຈາ ກ່ຽວກັບ ການຮ່ວມມືດ້ານການແລກປ່ຽນດ້ານວັດທະນະທໍາ ແລະ ໃນຂົງເຂດການສຶກສາລະຫວ່າງປະເທດຈີນ ແລະ ປະເທດເບລາຣຸດຊີ. ທ່ານ ນາງ ສີຣູ (Xi Ru), ເຈົ້າໜ້າທີ່ລະດັບຮອງຫົວໜ້າກົມຂອງກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງສຶກສາທິການ ສປ ຈີນ ກໍໄດ້ເຂົ້າຮ່ວມງານດັ່ງກ່າວ.

ພາຍຫຼັງສຳເລັດການພົບປະ, ນັກສຶກສາຈາກສະຖາບັນພາສາຣັດເຊຍ ມພຕປ ໄດ້ສະແດງການອ່ານບົດກອນຂອງປະເທດເບລາຣຸດຊີ ແລະ ການຫຼິ້ນເຄື່ອງດົນຕີພື້ນເມືືອງຂອງຈີນທີ່ດີເລີດໃຫ້ແກ່ຄະນະຜູ້ແທນ, ອັນໄດ້ສະແດງໃຫ້ເຫັນເຖິງຜົນການຮຽນຂອງນັກສຶກສາຈາກພາກວິຊາພາສາຣັດເຊຍ ກັບ ພາສາເບລາຣຸດຊີ ແລະ ງານດັ່ງກ່າວໄດ້ດຳເນີນໄປພາຍໃຕ້ບັນຍາກາດອັນຄຶກຄື້ນ. ນອກຈາກນີ້ແລ້ວ, ຄະນະຜູ້ແທນຍັງໄດ້ຢ້ຽມຊົມສູນສຶກສາປະເທດເບລາຣຸດຊີ ຂອງ ມພຕປ ພ້ອມທັງໄດ້ແລກປ່ຽນຄຳຄິດເຫັນກັບຄູອາຈານ ແລະ ນັກສຶກສາຂອງສູນດັ່ງກ່າວຢ່າງເປັນກັນເອງ.