ວັນທີ 31 ພຶດສະພາ, ກອງປະຊຸມຊຸກຍູ້ວຽງການ “ແຜນການຮ່ວມມືລະຫວ່າງມະຫາວິທະຍາໄລ 100 ແຫ່ງຂອງຈີນ ແລະ ອາຟຣິກກາ” ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໂດຍມີ ທ່ານ ວັງຕິ້ງຮົວ, ເລຂາຄະນະພັກ, ຫົວໜ້າຜູ້ດຳເນີນງານຝ່າຍຈີນຂອງ “ກົນໄກການແລກປ່ຽນຂອງສະຫະພັນມະຫາວິທະຍາໄລຂອງປະເທດຈີນ ແລະ ອາຟຣິກກາ”, ທ່ານ ຈ່າງຕ້າຫຼຽງ, ຮອງປະທານສະມາຄົມການສຶກສາຊັ້ນສູງແຫ່ງຊາດຈີນ ແລະ ທ່ານ ຈຽງຢູນຫຼຽງ, ຮອງຫົວໜ້າຜູ້ດຳເນີນງານຝ່າຍຈີນຂອງ “ກົນໄກການແລກປ່ຽນຂອງສະຫະພັນມະຫາວິທະຍາໄລຂອງປະເທດຈີນ ແລະ ອາຟຣິກກາ” ເຂົ້າຮ່ວມ ແລະ ຂຶ້ນກ່າວຄຳເຫັນ, ມີທ່ານ Olusola Bandele Oyewole, ເລຂາທິການສະມາຄົມບັນດາມະຫາວິທະຍາໄລຂອງທະວີບອາຟຣິກກາ ກ່າວຄຳປາໄສ ຜ່ານຮູບແບບວິດີໂອທາງໄກ ແລະ ມີຜູ້ແທນຈາກສະມາຊິກມະຫາວິທະຍາໄລຕ່າງໆຈຳນວນ 150 ກວ່າທ່ານເຂົ້າຮ່ວມ.

ໃນກອງປະຊຸມທີ່ດຳເນີນໄປໃນຕອນບ່າຍ, ມະຫາວິທະຍາໄລຂອງປະເທດຈີນທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມໃນແຜນການຮ່ວມມືລະຫວ່າງມະຫາວິທະຍາໄລ 100 ແຫ່ງຂອງຈີນ ແລະ ອາຟຣິກການັ້ນ ໄດ້ຂຶ້ນລາຍງານກ່ຽວກັບແຜນການດຳເນີນງານ ໂດຍມີທ່ານ ວັງຕິ້ງຮົວ ເປັນຜູ້ສະຫຼຸບກອງປະຊຸມ.
“ແຜນການຮ່ວມມືລະຫວ່າງມະຫາວິທະຍາໄລ 100 ແຫ່ງຂອງຈີນ ແລະ ອາຟຣິກກາ” ແມ່ນຂໍ້ລິເລີ່ມສຳຄັນເພື່ອຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືໃນການບຳລຸງສ້າງບຸກຄະລາກອນຈີນ-ອາຟຣິກກາ ທີ່ທ່ານ ປະທານ ສີຈິ້ນຜິງ ສະເໜີອອກໃນກອງປະຊຸມສົນທະນາຜູ້ນຳຈີນ-ອາຟຣິກກາທີ່ຈັດຂຶ້ນໃນນະຄອນໂຢຮັນເນສເບີກ ໃນປີ 2023. ໃນເດືອນສິງຫາ ປີ 2023, ກອງເລຂາຝ່າຍຈີນຂອງກົນໄກການແລກປ່ຽນຂອງສະຫະພັນມະຫາວິທະຍາໄລຂອງປະເທດຈີນ ແລະ ອາຟຣິກກາ ໄດ້ຮັບສ້າງຕັ້ງຂຶ້ນຢູ່ ມພຕປ ແລະ ມພຕປ ກໍໄດ້ຮັບການຄັດເລືອກເຂົ້າເປັນສະມາຊິກມະຫາວິທະຍາໄລຂອງແຜນການດັ່ງກ່າວຢ່າງສຳເລັດຜົນ.