ໜ້າຫຼັກ > ຂ່າວ > Content

ກອງປະຊຸມສະຫະພັນ MOOC ປະເພດພາສາຕ່າງປະເທດຂອງມະຫາວິທະຍາໄລຂອງປະເທດຈີນ ຄັ້ງທີ 6 ແລະ ກອງປະຊຸມຄະນະກໍາມະການວຽກງານຫຼັກສູດວິຊາປະເພດພາສາ ແລະ ວັນນະຄະດີຕ່າງປະເທດ ຂອງ ສະຫະພັນການປະດິດສ້າງໃໝ່ດ້ານການທົດລອງການຮຽນ-ການສອນແບບຈຳລອງ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ມພຕປ.

Updated: 2024-06-24

ໃນລະຫວ່າງວັນທີ 14 ຫາ 15 ມິຖຸນາ, ກອງປະຊຸມສະຫະພັນ MOOC ປະເພດພາສາຕ່າງປະເທດຂອງມະຫາວິທະຍາໄລຂອງປະເທດຈີນ ຄັ້ງທີ 6 ແລະ ກອງປະຊຸມຄະນະກຳມະການວຽກງານຫຼັກສູດວິຊາປະເພດພາສາຕ່າງປະເທດ ແລະ ວັນນະຄະດີຂອງ ສະຫະພັນ ການປະດິດສ້າງໃໝ່ດ້ານການທົດລອງການຮຽນການສອນແບບຈຳລອງ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ມພຕປ, ເຊິ່ງດຳເນີນໄປພາຍໃຕ້ຫົວຂໍ້ “ເຊື່ອມໂຍງກັບໂລກຢ່າງອັດສະລິຍະ  ການເຊື່ອມໂຍງສ້າງອະນາຄົດ”.


ທ່ານ ວັງຕິ້ງຮົວ, ປະທານສະພາບໍລິຫານຂອງສະຫະພັນ MOOC ປະເພດພາສາຕ່າງປະເທດຂອງມະຫາວິທະຍາໄລຂອງປະເທດຈີນ, ເລຂາຄະນະພັກ ມພຕປ ໄດ້ຂຶ້ນລາຍງານ ກ່ຽວກັບ ວຽກງານຂອງສະຫະພັນ ແລະ ທ່ານ ເຈເວີນຈ້ຽນ, ຮອງປະທານສະພາບໍລິຫານຂອງສະຫະພັນ, ອະທິການບໍດີ ແລະ ຮອງເລຂາຄະນະພັກ ມພຕປ ເປັນປະທານພິທີເປີດກອງປະຊຸມ.

ທ່ານ ນົງທ່າວ, ເລຂາຄະນະພັກ, ທັງເປັນຫົວໜ້າສູນຄົ້ນຄວ້າການໂຄສະນາ ແລະ ຫາງສຽງ ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ບັນນາທິການໃຫຍ່ຂອງແອັບການຮ່ຳຮຽນ “ສ້າງປະເທດເຂັ້ມແຂງຜ່ານການຮ່ຳຮຽນ”, ທ່ານ ຊົ້ງອີ້ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ສປ ຈີນ ກໍຄື ທ່ານ ຊາວຊ້ຽນສຽງ ຮອງອະທິການບໍດີມະຫາວິທະຍາໄລຊານຕົງ ແລະ ທ່ານ ຈ່ຽວຟ່າງທ້າຍ ຮອງອະທິການບໍດີມະຫາວິທະຍາໄລພາສາແລະການຄ້າຕ່າງປະເທດແຂວງກວາງຕົງ ທີ່ເປັນຜູ້ຕາງໜ້າຂອງສະມາຊິກສະພາບໍລິຫານປະຈຳການຂອງສະຫະພັນໄດ້ຂຶ້ນກ່າວຄຳເຫັນໃນພິທີເປີດ.

ໃນກອງປະຊຸມດັ່ງກ່າວ ຍັງໄດ້ຈັດເວທີປາໄສອະທິການບໍດີ ແລະ ໄດ້ຈັດເວທີປາໄສພາຍໃຕ້ 2 ຫົວຂໍ້ ເພື່ອຄົ້ນຄວ້າກ່ຽວກັບບົດບາດຊຸກຍູ້ຂອງເຕັກນິກດີຈີຕອນຕໍ່ການປະຕິຮູບການສຶກສາຊັ້ນສູງ.

ພິເສດ, ໃນກອງປະຊຸມໄດ້ຈັດ “ພິທີເປີດການແລກປ່ຽນແບ່ງປັນຫຼັກສູດວິຊາຮ່ວມກັນລະຫວ່າງສະຫະພັນ MOOC ປະເພດພາສາຕ່າງປະເທດຂອງມະຫາວິທະຍາໄລຂອງປະເທດຈີນ ແລະ ເວທີ MOOC ແຫ່ງຊາດຂອງປະເທດໄທ”, ໄດ້ປະກາດເລີ່ມຕົ້ນ “ໂຄງການຄົ້ນຄວ້າຂອງສະຫະພັນ MOOC ປະເພດພາສາຕ່າງປະເທດຂອງມະຫາວິທະຍາໄລຂອງປະເທດຈີນ ປີ 2024” ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ແກ່ທີມງານທີ່ໄດ້ສະເໜີກໍລະນີດີເດັ່ນກ່ຽວກັບການຮຽນການສອນແບບ MOOC ແລະ ແບບປະສົມປະສານລະຫວ່າງຮູບແບບຜ່ານລະບົບອອນລາຍ ແລະ ອອບລາຍປະຈຳປີ.