ໜ້າຫຼັກ > ຂ່າວ > Content

ມພຕປ ຈັດພິທີສໍາເລັດການສຶກສາສໍາລັບນັກສຶກສາຊຸດປີ 2024

Updated: 2024-07-05

ວັນທີ 28 ມິຖຸນາ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ) ໄດ້ຈັດພິທີສໍາເລັດການສຶກສາສໍາລັບນັກສຶກສາຊຸດປີ 2024 ທີ່ສະໜາມກິລາ ຂອງມະຫາວິທະຍາໄລ ພາຍໃຕ້ບັນຍາກາດອັນຟົດຟື້ນ ໂດຍມີນັກສຶກສາປະລິນຍາຕີ ແລະ ຫຼັງປະລິນຍາຕີ, ນັກສຶກສາຕ່າງປະເທດ ຈຳນວນ 2800 ກວ່າຄົນເຂົ້າຮ່ວມ.


ທ່ານ ດາໂຕະ Norman Muhamad, ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດມາເລເຊຍ ປະຈໍາ ສປ ຈີນ, ທ່ານ ຈ່າງທ່ຽນອີ່(Zhang Tianyi), ຜູ້ອຳນວຍການໃຫຍ່ຂອງບໍລິສັດເຕັກໂນໂລຊີ ປ້າມານ ທ່ຽນເຊ້ຍ ປັກກິ່ງ ຈຳກັດ, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ເຈຍ ເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ ແລະ ອະທິການບໍດີ ມພຕປ, ທ່ານ ເຈຍເຕີຈົ່ງ (Jia Dezhong), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ, ທ່ານ ຊຸນໂຢຈົ່ງ (Sun Youzhong), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ, ທ່ານ ຫູຈື້ກ່າງ (Hu Zhigang), ຮອງເລຂາຄະນະພັກ, ປະທານຄະນະກວດກາ ມພຕປ ກໍຄື ທ່ານ ຕິ່ງຮ້າວ (Ding Hao) ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ແລະ ທ່ານ ຈ້າວກ່າງ (Zhao Gang) ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ທ່ານ ເຈຍເວີນຈ້ຽນ ໄດ້ຂຶ້ນກ່າວຄຳເຫັນພາຍໃຕ້ຫົວຂໍ້ “ບັນລຸຄວາມຍິ່ງໃຫຍ່, ປະເຊີນໜ້າກັບໂລກຢ່າງກວມລວມ”. ທ່ານ ວັງຕິ້ງຮົວ ໄດ້ມອບໃບຢັ້ງຢືນສະມາຊິກສະພາບໍລິຫານອາດີດນັກສຶກສາ ມພຕປ ແລະ ບັດອາດີດນັກສຶກສາໃຫ້ແກ່ຕົວແທນນັກສຶກສາທີ່ຮຽນຈົບ,  ພ້ອມທັງມອບທຸງໃຫ້ແກ່ສະມາຊິກ ຂອງ ທີມນັກສຶກສາຫຼັງປະລິນຍາຕີທີ່ໄປຊ່ວຍເຫຼືອດ້ານການສຶກສາຊຸດທີ 26.