ໃນລະຫວ່າງວັນທີ 1 ຫາ 10 ກໍລະກົດ, ທ່ານ ວັງຕິ້ງຮົວ ເລຂາທິການ ມພຕປ ພ້ອມດ້ວຍຄະນະເດີນທາງໄປຢ້ຽມຢາມປະເທດເກຣັກ, ບູນກາລີ ແລະ ຣູມານີ ໂດຍໄດ້ຢ້ຽມຢາມມະຫາວິທະຍາໄລເອເທນ ແລະ ມະຫາວິທະຍາໄລ Crete ຂອງປະເທດເກຣັກ, ສະຖາບັນການຄົ້ນຄວ້າບານກັນ ຂອງ ສະຖາບັນການຄົ້ນຄວ້າວິທະຍາສາດ ບູນກາລີ, ມະຫາວິທະຍາໄລ Sofia ແລະ ມະຫາວິທະຍາໄລ Plovdiv ຂອງປະເທດບູນກາລີ ກໍຄື ມະຫາວິທະຍາໄລ Bucharest ແລະ ມະຫາວິທະຍາໄລ Transilvaniaເມືອງ Brasov ຂອງປະເທດຣູມານີ. ນອກຈາກນີ້ແລ້ວ ກໍໄດ້ໄປຢ້ຽມຢາມສະຖານທູດ ແຫ່ງ ສປ ຈີນ ປະຈຳ ສາທາລະນະລັດເກຣັກ, ສະຖານທູດ ແຫ່ງ ສປ ຈີນ ປະຈຳ ສາທາລະນະລັດບູນກາລີ ແລະ ສະຖານທູດ ແຫ່ງ ສປ ຈີນ ປະຈຳ ສາທາລະນະລັດຣູມານີ ພ້ອມທັງໄດ້ໄປສຳຫຼວດເຄື່ອນໄຫວຢ້ຽມຢາມຢູ່ສູນວັດທະນະທຳຈີນປະຈຳບູນກາລີ, ສະຖາບັນຂົງຈື້Sofia ບູນກາລີ ແລະ ບໍລິສັດທ່າກຳປັ່ນ Piraeus ການຂົນສົ່ງທາງທະເລ COSCO ຈີນຈຳກັດ.
