ໜ້າຫຼັກ > ຂ່າວ > Content

ສະຫະພັນການບໍລິການອາສາສະໝັກທົ່ວໂລກ ທີ່ລິເລີ່ມໂດຍ ມພຕປ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ

Updated: 2024-08-12

ໃນວັນທີ 25 ກໍລະກົດ, ເວທີປາໄສພາກປະຊາຊົນ ລະຫວ່າງ ຈີນ-ອາຟຣິກກາ ແລະ ເວທີປາໄສຜູ້ນຳຊາວໜຸ່ມ ຈີນ-ອາຟຣິກກາ ຄັ້ງທີ 7 ໄດ້ຈັດຂຶ້ນຢູ່ນະຄອນສາງຊ່າ ແຂວງຫູນານ, ໂດຍມີການນໍາພັກ-ລັດ, ອະດີດການນຳພັກ-ລັດ, ພັກການເມືອງ, ຜູ້ນຳຊາວໜຸ່ມຈາກ 50 ກວ່າປະເທດອາຟຣິກກາ ກໍຄື ຜູ້ຕາງໜ້າຂອງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຄັງປັນຍາ ຈຳນວນ 200 ກວ່າທ່ານເຂົ້າຮ່ວມ. ທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ກັບ ທ່ານ ເຈ້ຍເຕີຈົງ (Jia Dezhong), ຮອງເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມພິທີເປີດ ຕາມການເຊື້ອເຊີນ.


ໃນພິທີເປີດໄດ້ປະກາດບັນຊີລາຍຊື່ຜົນງານ “ແຜນການຄູ່ຮ່ວມມິດຕະພາບພາກປະຊາຊົນ ຈີນ-ອາຟຣິກກາ: ຄວາມເຂົ້າໃຈກັນລະຫວ່າງປະຊາຊົນເສັ້ນທາງສາຍໄໝ (2024-2026), ເຊິ່ງໃນນັ້ນ, ສະຫະພັນການບໍລິການອາສາສະໝັກທົ່ວໂລກ, ແຜນການເພີ່ມພະລັງດ້ານການສຶກສາໃຫ້ແກ່ແມ່ຍິງທີ່ລິເລີ່ມສ້າງທຸລະກິດຈີນ-ອາຟຣິກກາ ທີ່ລິເລີ່ມໂດຍ ມພຕປ ກັບ ໂຄງການຄ້າຍຊາວໜຸ່ມປັນຍາປະດິດ ທີ່ລິເລີ່ມຮ່ວມກັນໂດຍ ມພຕປ, ກຸ່ມບໍລິສັດ Alibaba ແລະ ຫົວໜ່ວຍອື່ນໆ ໄດ້ຖືກຈັດເຂົ້າໃນບັນຊີດັ່ງກ່າວ.

ຕອນບ່າຍຂອງວັນດຽວກັນ ໄດ້ຈັດເວທີປາໄສພາກປະຊາຊົນລະຫວ່າງ ຈີນ-ອາຟຣິກກາ ຄັ້ງທີ 7 ແລະ ເວທີປາໄສການບໍລິການອາສາສະໝັກສາກົນທີ່ເປັນເວທີປາໄສຄູ່ຂະໜານຂອງເວທີປາໄສຜູ້ນຳຊາວໜຸ່ມ ຈີນ-ອາຟຣິກກາ ຄັ້ງທີ 7. ເວທີປາໄສດັ່ງກ່າວ ໄດ້ເປີດປ້າຍສ້າງຕັ້ງ ສະຫະພັນການບໍລິການອາສາສະໝັກທົ່ວໂລກ ແລະ ກອງທຶນພິເສດການບໍລິການອາສາສະໝັກທົ່ວໂລກທີ່ລິເລີ່ມໂດຍມພຕປ ເຊິ່ງທັງສອງຢ່າງແມ່ນໜຶ່ງໃນບັນດາໝາກຜົນທີ່ເປັນຕົວແທນໃຫ້ແກ່ການແລກປ່ຽນ ແລະ ການຮ່ວມມືສາກົນດ້ານການບໍລິການອາສາສະໝັກ ຈີນ-ອາຟຣິກກາ. ທ່ານ ນາງ ຕ້ວນກຸ້ຍຊິ່ງ (Duan Guiqing), ຮອງເລຂາທິການສະຫະພັນການບໍລິການອາສາສະໝັກຈີນ, ທ່ານ ຫວັງເຄີ່ (Wang Ke), ຮອງເລຂາທິການ ສະມາຄົມສົ່ງເສີມການແລກປ່ຽນສາກົນຂອງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານແຫ່ງປະເທດຈີນ, ທ່ານ ຢາວກຸ້ຍຊິ່ງ (Yao Guiqing), ຮອງປະທານສະພາບໍລິຫານ ແລະ ເລຂາທິການມູນນິທິການບໍລິການອາສາສະໝັກຈີນ, ທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ໄດ້ຮ່ວມກັນເປີດປ້າຍສະຫະພັນການບໍລິການອາສາສະໝັກທົ່ວໂລກ ແລະ ກອງທຶນພິເສດການບໍລິການອາສາສະໝັກທົ່ວໂລກ.