ໜ້າຫຼັກ > ຂ່າວ > Content

ບົດນິພົນຢ່າງເປັນລະບົບພາຍໃຕ້ຫົວຂໍ້ “ການສັງເກດ ແລະ ຄົ້ນຄວ້າກ່ຽວກັບການສຶກສາ ຈີນ-ອາເມຣິກາ” ທັງໝົດ 6 ເຫຼັ້ມໄດ້ຕີພິມສໍາເລັດແລ້ວ

Updated: 2024-08-26

ໃນເດືອນສິງຫາ 2024, ຄຽງຄູ່ກັບການຕີພິມຂອງປຶ້ມ “ການສຶກສາຊັ້ນສູງຂອງຈີນ: ການສັງເກດ ແລະ ການຄົ້ນຄວ້າ”, ບົດນິພົນຢ່າງເປັນລະບົບພາຍໃຕ້ຫົວຂໍ້ “ການສັງເກດ ແລະ ຄົ້ນຄວ້າກ່ຽວກັບການສຶກສາຂອງ ຈີນ-ອາເມຣິກາ” ທັງໝົດ 6 ເຫຼັ້ມໄດ້ຕີພິມສຳເລັດແລ້ວນັ້ນ, ເຊິ່ງຜູ້ຮຽບຮຽງແມ່ນທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ, ທັງເປັນ ຫົວໜ້າຄະນະກຳມະການວິຊາການຂອງສະຖາບັນການສຶກສາສາກົນ ມພຕປ. ບົດນິພົນດັ່ງກ່າວຕີພິມໂດຍສຳນັກພິມການສຶກສາປະຊາຊົນ ທີ່ປະກອບດ້ວຍ “ການສຶກສາຂັ້ນພື້ນຖານຂອງຈີນ: ການສັງເກດ ແລະ ການຄົ້ນຄວ້າ”, “ການສຶກສາຂັ້ນພື້ນຖານຂອງອາເມຣິກາ: ການສັງເກດ ແລະ ການຄົ້ນຄວ້າ”, “ການສຶກສາຊັ້ນສູງຂອງຈີນ: ການສັງເກດ ແລະ ການຄົ້ນຄວ້າ”, “ການສຶກສາຊັ້ນສູງຂອງອາເມຣິກາ: ການສັງເກດ ແລະ ການຄົ້ນຄວ້າ”, “ການສຶກສາສຳລັບຄູອາຈານຂອງຈີນ: ການສັງເກດ ແລະ ການຄົ້ນຄວ້າ” ແລະ “ການສຶກສາສຳລັບຄູອາຈານຂອງອາເມຣິກາ: ການສັງເກດ ແລະ ການຄົ້ນຄວ້າ”.