ໃນວັນທີ 5 ກັນຍາ, ກອງປະຊຸມວຽກງານປະຈຳປີ 2024 ຂອງ ກົນໄກການແລກປ່ຽນລະຫວ່າງ ສະຫະພັນມະຫາວິທະຍາໄລ ຈີນ-ອາຟຣິກກາ ພາຍໃຕ້ຫົວຂໍ້ “ການພັດທະນາການຮ່ວມມືດ້ານການສຶກສາຊັ້ນສູງ ຈີນ-ອາຟຣິກກາ ໃນຍຸກດີຈີຕອນ” ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນ ປັກກິ່ງ ໂດຍການເປັນເຈົ້າພາບຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ) ແລະ ຮັບການຈັດຕັ້ງປະຕິບັດໂດຍກອງເລຂາແຫ່ງຊາດຈີນ ແລະ ສະຖາບັນການຄົ້ນຄວ້າຂອງກົນໄກດັ່ງກ່າວ, ໂດຍມີຜູ້ແທນຈາກມະຫາວິທະຍາໄລ 35 ແຫ່ງ ຂອງ 19 ປະເທດອາຟຣິກກາ ເຊັ່ນປະເທດຕັງຊານີ, ນີເຊຣີ, ອາຟຣິກກາໃຕ້, ເຄັນຍາ, ເອທິໂອປີ, ຕຸຍນີຊີ, ການາ, ອູກັນດາ, ຣູວັນດາ, ກາເມີຣູນ, ມາລາວີ, ເບແນັງ, ສປ ກົງໂກ, ໂມຊຳບິກ ແລະ ໂຊມາລີ ເປັນຕົ້ນ ກໍຄື ຈາກມະຫາວິທະຍາໄລ 50 ກວ່າແຫ່ງຂອງຈີນ.

ທ່ານ ຫວູຢຽນ(WuYan), ຮອງລັດຖະມົນຕີກະຊວງສຶກສາທິການ ແຫ່ງ ສປ ຈີນ, ທ່ານນາງ Delphine Edith EMMANUEL ADOUKI, ລັດຖະມົນຕີກະຊວງການສຶກສາຊັ້ນສູງ, ການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳດ້ານເຕັກໂນໂລຊີ ແຫ່ງ ສ ກົງໂກ, ທ່ານ ໂຈ່ວຢູ້ (ZhouYu), ບັນດິດ ຂອງ ສະພາບັນດິດວິສະວະກຳຈີນ, ຫົວໜ້າຝ່າຍຈີນຂອງກົນໄກການແລກປ່ຽນຂອງສະຫະພັນມະຫາວິທະຍາໄລ ຈີນ-ອາຟຣິກກາ ແລະ ຮອງປະທານສະມາຄົມການສຶກສາຊັ້ນສູງ ແຫ່ງ ສປ ຈີນ, ທ່ານ ນາງ HajaRamatulaiWurie, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສຶກສາຊັ້ນສູງ ແຫ່ງ ສ ເຊຍຣາເລອອນ, ທ່ານ YusuphaTouray, ເລຂາທິການປະຈຳການກະຊວງການສຶກສາຊັ້ນສູງ, ການຄົ້ນຄວ້າ ແລະ ເຕັກໂນໂລຊີ ແຫ່ງ ສ ແກມເບຍ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ ແລະ ຂຶ້ນກ່າວຄຳປາໄສ.
ພາຍຫຼັງພິທີເປີດໄດ້ຈັດພິທີເຊັນສັນຍາໂຄງການສຳຄັນຂອງການຮ່ວມມືດ້ານການສຶກສາຈີນ-ອາຟຣິກກາ ຈຳນວນໜຶ່ງ ແລະ ກອງປະຊຸມຖະແຫຼງຜົນການຮ່ວມມືສຳຄັນ ເຊິ່ງໄດ້ມີການເຊັນສັນຍາ 14 ໂຄງການ ຂອງການຮ່ວມມືດ້ານການສຶກສາ ຈີນ-ອາຟຣິກກາ, ໄດ້ນຳສະເໜີປຶ້ມ “ປະມວນກໍລະນີການຮ່ວມມືດ້ານການສຶກສາຊັ້ນສູງ ຈີນ-ອາຟຣິກກາ”, ປຶ້ມ “ບົດລາຍງານການພັດທະນາການຫັນເປັນດີຈີຕອນດ້ານການສຶກສາ ຈີນ-ອາຟຣິກກາ ພາຍໃຕ້ກົນໄກການແລກປ່ຽນຂອງສະຫະພັນມະຫາວິທະຍາໄລຈີນ-ອາຟຣິກກາ” ແລະ ຜົນງານອື່ນໆຢ່າງເປັນທາງການ, ນອກຈາກນີ້ແລ້ວ, “ເວທີການຮ່ວມມືດີຈີຕອນສໍາລັບກົນໄກການແລກປ່ຽນຂອງສະຫະພັນມະຫາວິທະຍາໄລຈີນ-ອາຟຣິກກາ” ຍັງໄດ້ປະກາດໃຊ້ຢ່າງເປັນທາງການ. ທ່ານ ວັງຕິ້ງຮົວ (WangDinghua), ເລຂາຄະນະພັກ ມພຕປ, ຫົວໜ້າຜູ້ດຳເນີນງານຝ່າຍຈີນຂອງ ກົນໄກການແລກປ່ຽນຂອງສະຫະພັນມະຫາວິທະຍາໄລ ຈີນ-ອາຟຣິກກາ, ທ່ານ Olusola Oyewole, ເລຂາທິການສະມາຄົມບັນດາມະຫາວິທະຍາໄລຂອງທະວີບອາຟຣິກກາ ແລະ ຫົວໜ້າຜູ້ດຳເນີນງານຝ່າຍອາຟຣິກກາ ຕ່າງກໍໄດ້ຂຶ້ນລາຍງານກ່ຽວກັບການດຳເນີນງານຂອງກົນໄກ.
ໃນກອງປະຊຸມ, ຍັງໄດ້ຈັດກອງປະຊຸມສົນທະນາວິຊາການ ພາຍໃຕ້ຫົວຂໍ້ສະເພາະ 3 ກອງປະຊຸມ ເຊິ່ງຜູ້ນຳຈາກມະຫາວິທະຍາໄລສະມາຊິກຂອງກົນໄກ ແລະ ແຂກຜູ້ມີກຽດໄດ້ລົງເລິກການແລກປ່ຽນຄຳຄິດເຫັນ ກ່ຽວກັບ ຫົວຂໍ້ຕ່າງໆ ເຊັ່ນ “ການຮ່ວມມືດ້ານການສຶກສາ ແລະ ການແບ່ງປັນຄວາມຮູ້ໃນຍຸກດີຈີຕອນ”, “ການສຶກສາດີຈີຕອນ ແລະ ການແລກປ່ຽນແບບຂ້າມວັດທະນະທຳ”, “ການຮ່ວມມືຈີນ-ອາຟຣິກກາ ແລະ ການບໍາລຸງສ້າງບຸກຄະລາກອນໃນຍຸກດີຈີຕອນ” ເປັນຕົ້ນ.