ວັນທີ 21 ກັນຍາ, ພິທີປ່ຽນຊື່ຕຳແໜ່ງອາຈານເປັນ “ຕຳແໜ່ງອາຈານນັກປາດການຢ້ຽມຢາມລະດັບສູງດ້ານການຄົ້ນຄວ້າມາເລເຊຍ ຊຸນຕັນ ອິບຣະຮີມ” ມພຕປ ທີ່ຮ່ວມກັນສ້າງຕັ້ງຂຶ້ນໂດຍລັດຖະບານສອງປະເທດ ຈີນ-ມາເລເຊຍ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ . ສົມເດັດ ຊຸນຕັນ ອິບຣະຮີມ ອິບນີ ອານມາຮູມ ຊຸນຕັນ ອິສຄານດາ ປະມຸກລັດສູງສຸດ ມາເລເຊຍໄດ້ລົງນາມເອກະສານດ້ວຍຕົນເອງ, ໂດຍມີທ່ານ ເຈເວີນຈ້ຽນ, ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ, ທ່ານ ນາງ Azlinda Azman, ຫົວໜ້າກົມການສຶກສາຊັ້ນສູງ ກະຊວງການສຶກສາຊັ້ນສູງແຫ່ງສະຫະພັນລັດ ມາເລເຊຍ, ທ່ານ Norman Muhamad, ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດ ມາເລເຊຍ ປະຈຳ ສປ ຈີນ, ທ່ານ Anthony Loke Siew Fook, ລັດຖະມົນຕີກະຊວງຄົມມະນາຄົມແຫ່ງສະຫະພັນລັດມາເລເຊຍ ແລະ ທ່ານ Nga Kor Ming, ລັດຖະມົນຕີກະຊວງທີ່ຢູ່ອາໄສ ແລະ ອຳນາດການປົກຄອງທ້ອງຖິ່ນແຫ່ງສະຫະພັນລັດມາເລເຊຍຮ່ວມກັນເປັນສັກຂີພິຍານໃນພິທີ.
