ວັນທີ 20 ກັນຍາ, ທ່ານ Joybrato Mukherjee, ປະທານສູນແລກປ່ຽນວິຊາການປະເທດເຢຍລະມັນ, ອະທິການບໍດີ ມະຫາວິທະຍາໄລ Cologne ປະເທດເຢຍລະມັນໄດ້ເດີນທາງມາຢ້ຽມຢາມ ມພຕປ, ໂດຍມີ ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ໃຫ້ການຕ້ອນຮັບ, ເຊິ່ງທັງສອງຝ່າຍໄດ້ມີການແລກປ່ຽນສົນທະນາກັນກ່ຽວກັບການຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ການຄົ້ນຄວ້າດ້ານວິຊາການ ແລະ ການແລກປ່ຽນຄູອາຈານ ແລະ ນັກສຶກສາ.
