ໜ້າຫຼັກ > ຂ່າວ > Content

ມພຕປ ໄດ້ຈັດພິທີເປີດຊຸດຮຽນພາສາເຕຕັມ ຄັ້ງທຳອິດພາຍໃນປະເທດຈີນ

Updated: 2024-09-27

ວັນທີ 15 ກັນຍາ ໄດ້ຈັດພິທີເປີດສອນພາສາເຕຕັມ ເຊິ່ງເປັນການເປີດສອນພາສາເຕຕັມຄັ້ງທຳອິດຢູ່ມະຫາວິທະຍາໄລພາຍໃນປະເທດຈີນ. ທ່ານ ຈ້າວກັ່ງ (Zhao Gang), ຄະນະປະຈຳອົງຄະນະພັກ, ຮອງອະທິການບໍດີ ມພຕປ ແລະ ທ່ານ Rogério Paulo Chaves, ທີ່ປຶກສາດ້ານການສຶກສາ ສະຖານທູດ ຕິມໍແລັດສະເຕ ປະຈຳ ສປ ຈີນ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ. ພາຍຫຼັງສຳເລັດພິທີເປີດ, ກໍໄດ້ເລີ່ມຕົ້ນເປີດຮຽນວິຊາເຕຕັນຊົ່ວໂມງທຳອິດຂຶ້ນຢ່າງເປັນທາງການ.