ໃນວັນທີ 11 ຕຸລາ, ທ່ານ ນາງ Annita Demetriou ສະມາຊິກສະພາແຫ່ງຊາດ ປະເທດໄຊປຣັດ ໄດ້ນຳພາຄະນະຜູ້ແທນມາຢ້ຽມຢາມ ມພຕປ ແລະ ກ່າວຄຳປາໄສ. ທ່ານ ເຈເວີນຈ້ຽນ, ອະທິການບໍດີ ແລະ ຮອງເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ.

ພາຍຫຼັງ ກ່າວຄຳປາໄສ, ທ່ານ ເຈເວີນຈ້ຽນ ແລະ ທ່ານ ນາງ Annita Demetriou ໄດ້ ແລກປ່ຽນສົນທະນາກັນກັບຄູອາຈານ ແລະ ນັກສຶກສາ ມພຕປ ເຊິ່ງທ່ານ ນາງ Annita Demetriou ໄດ້ຕອບຄຳຖາມຂອງອາຈານ ແລະ ນັກສຶກສາຊາວໜຸ່ມທີ່ມາຮ່ວມການພົບປະ ຢ່າງອົບອຸ່ນ.