ໃນລະຫວ່າງວັນທີ 6 ຫາ 8 ເດືອນຕຸລາ, ໂດຍຕອບສະໜອງຕາມຄຳເຊີນຂອງສະພາບໍລິຫານສະຖາບັນປະລິນຍາໂທແລະປະລິນຍາເອກ(CGS) ອາເມຣິກາ, ທ່ານ ຢາງເວີ້ຍ(YangWei) ບັນດິດ ສະພາບັນດິດວິທະຍາສາດຈີນ ແລະ ປະທານສະພາການສຶກສາດ້ານປະລິນຍາ ແລະ ການສຶກສາຫຼັງປະລິນຍາຕີແຫ່ງຊາດຈີນ(ACGE)ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍຸດທະສາດທົ່ວໂລກ ປະຈຳປີ2024 ທີ່ຈັດຂຶ້ນຢູ່ເມືອງກົວດາລາຮາຣາ ປະເທດເມັກຊິກ. ໂດຍຕອບສະໜອງຕາມຄຳເຊີນ, ທ່ານ ເຈເວີນຈ້ຽນ, ອະທິການບໍດີ, ທັງເປັນຮອງເລຂາຄະນະພັກ ມພຕປ ໄດ້ເປັນຜູ້ຕາງໜ້າຂອງມະຫາວິທະຍາໄລຂອງຈີນເຂົ້າຮ່ວມກອງປະຊຸມ ແລະ ໄດ້ຂຶ້ນກ່າວຄຳເຫັນພາຍໃຕ້ຫົວຂໍ້ “ການຄົ້ນຄວ້າປະເທດ ແລະ ພາກພື້ນໃນແງ່ຂ້າມຂະແໜງວິຊາ ແລະ ຂ້າມວັດທະນະທຳ”.
