ວັນທີ25 ຕຸລາປີ 2024, ທ່ານ Julio Fernandez Techera, ອະທິການບໍດີມະຫາວິທະຍາໄລສາສະໜາກາໂຕລິກອູຣູກວາຍ ໄດ້ມາຢ້ຽມຢາມ ມພຕປ, ໃນໂອກາດດັ່ງກ່າວທ່ານເຈເວີນຈ້ຽນ, ອະທິການບໍດີ, ທັງເປັນ ຮອງເລຂາຄະນະພັກ ມພຕປ ໄດ້ພົບປະກັບຄະນະຜູ້ແທນທີ່ນຳພາ ໂດຍ ທ່ານ Julio Fernandez Techera ເຊິ່ງທັງສອງຝ່າຍໄດ້ດຳເນີນການແລກປ່ຽນສົນທະນາກັນ ກ່ຽວກັບ ການດຳເນີນການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ການຄົ້ນຄວ້າກ່ຽວກັບທະວີບອາເມຣິກາລາຕິນ, ການພົວພັນຈີນ-ອາເມຣິກາລາຕິນ ແລະ ການແລກປ່ຽນຄູອາຈານແລະນັກສຶກສາ ເປັນຕົ້ນ.
