ໜ້າຫຼັກ > ຂ່າວ > Content

ການນຳ ມພຕປ ເຂົ້າຮ່ວມກອງປະຊຸມໃຫຍ່ພາສາຈີນໂລກປະຈຳປີ 2024

Updated: 2024-11-29

ລະຫວ່າງວັນທີ 15 ຫາ 17 ພະຈິກ 2024 ໄດ້ຈັດກອງປະຊຸມໃຫຍ່ພາສາຈີນໂລກປະຈໍາປີ 2024 ຢູ່ສູນປະຊຸມແຫ່ງຊາດປັກກິ່ງ ພາຍໃຕ້ຄຳຂວັນ “ການເຊື່ອມໂຍງ ແລະ ປະສານສົມທົບກັນ, ການສືບທອດ ແລະ ນະວັດຕະກຳ” ມີຜູ້ຕາງໜ້າຂອງອົງການລັດທີ່ຮັບຜິດຊອບວຽກງານການສຶກສາຈາກ 160 ກວ່າປະເທດ ແລະ ເຂດແຄວ້ນ, ອົງການຈັດຕັ້ງສາກົນ, ມະຫາວິທະຍາໄລທັງພາຍໃນ ແລະ ຕ່າງປະເທດ ກໍຄື ອົງການຈັດຕັ້ງທີ່ເຜີຍແຜ່ພາສາ ແລະ ວັດທະນະທຳສາກົນພ້ອມດ້ວຍບັນດາຊ່ຽວຊານ, ນັກຄົ້ນຄວ້າ, ຜູ້ຕາງໜ້າວິສາຫະກິດ ແລະ ທູດຕ່າງປະເທດປະຈຳ ສປ ຈີນ ເກືອບ 2.000 ຄົນເຂົ້າຮ່ວມກອງປະຊຸມດັ່ງກ່າວ. ທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ ທັງເປັນຮອງເລຂາຄະນະພັກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ແລະ ທ່ານ ຫຼິວຊິ່ນລູ້ (Liu Xinlu), ຄະນະປະຈໍາພັກ ທັງເປັນຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມກອງປະຊຸມຕາມຄຳເຊີນ. ໃນງານສຳມະນາພາຍໃຕ້ຫົວຂໍ້ “ການສະເຫຼີມສະຫຼອງການສ້າງຕັ້ງສະຖາບັນຂົງຈ້ຄົບຮອບ 20 ປີ”, ທ່ານ ເຈເວີນຈ້ຽນໄດ້ຂຶ້ນກ່າວຄຳເຫັນພາຍໃຕ້ຫົວຂໍ້ “ການຮ່ຳຮຽນ ແລະ ຖອດຖອນບົດຮຽນນຳກັນ, ຮ່ວມກັນເປີດປະຫວັດສາດໜ້າໃໝ່ແຫ່ງການພັດທະນາຂອງສະຖາບັນຂົງຈື້”.