ວັນທີ 18 ພະຈິກ 2024, ເວທີເປິກສາຫາລືນັກຄົ້ນຄວ້າຂອງສະຖາບັນຂົງຈື້ທີ່ຮ່ວມມືສ້າງກັບ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ປະຈຳປີ 2024 ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້ “ການຮໍ່າຮຽນ ແລະ ຖອດຖອນບົດຮຽນນຳກັນ, ຮ່ວມກັນເປີດ ປະຫວັດສາດໜ້າໃໝ່ແຫ່ງການພັດທະນາຂອງສະຖາບັນຂົງຈື້” ໂດຍມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນຄຳຄິດເຫັນລະຫວ່າງສະຖາບັນຂົງຈື້ແຫ່ງຕ່າງໆທີ່ຮ່ວມມືສ້າງກັບ ມພຕປ ແລະ ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຂອງສະຖາບັນຂົງຈື້. ທ່ານ ເຈເວີນຈ້ຽນ, ອະທິການບໍດີ ທັງເປັນຮອງເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມພິທີເປີດ. ນອກນັ້ນ,ຍັງມີສະມາຊິກສະພາບໍລິຫານ, ຄະນະບໍດີ, ອະດີດອະທິການບໍດີຝ່າຍຈີນຂອງສະຖາບັນຂົງຈື້ ແລະ ຜູ້ຕາງໜ້າອະທິການບໍດີຝ່າຍຈີນຂອງສະຖາບັນຂົງຈື້ຜູ້ໃໝ່ຈາກສະຖາບັນຂົງຈື້(ຫ້ອງຮຽນຂົງຈື້)ທີ່ຮ່ວມມືສ້າງກັບ ມພຕປ ຈຳນວນ 22 ແຫ່ງຢູ່ 18 ປະເທດ ເກືອບ 100 ຄົນໄດ້ເຂົ້າຮ່ວມພິທີເປີດເວທີເປິກສາຫາລືຄັ້ງນີ້. ເວທີເປິກສາຫາລືດັ່ງກ່າວໄດ້ດຳເນີນໄປເປັນເວລາ 2 ມື້ ເຊິ່ງຜູ້ຕາງໜ້າຂອງສະຖາບັນຂົງຈ້ແຫ່ງຕ່າງໆທີ່ເຂົ້າຮ່ວມເວທີເປິກສາຫາລືໄດ້ແລກປ່ຽນຄວາມຄິດຄວາມເຫັນໃນ 3 ເວທີເປິກສາຫາລືຍ່ອຍ ຄື “ການກໍ່ສ້າງຖັນແຖວຄູອາຈານ”, “ການຂະຫຍາຍຂົງເຂດການຮ່ວມມື” ແລະ “ການສ້າງໂຄງການຍີ່ຫໍ້”.
