ລະຫວ່າງວັນທີ 14 ຫາ 23 ທັນວາ 2024, ທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ ແລະ ຮອງເລຂາຄະນະພັກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມອາຣັບບີ ຊາອູດິດ, ເອຢິບ ແລະ ອານເຊຣີ ໂດຍໄດ້ໄປຢ້ຽມຢາມມະຫາວິທະຍາໄລສົມເດັດ Sultan ແລະ ມະຫາວິທະຍາໄລເຈົ້າຍິງ Nourah ຂອງອາຣັບບີ ຊາອູດິດ, ມະຫາວິທະຍາໄລ Ain Shams ແລະ ມະຫາວິທະຍາໄລ Badr ຂອງເອຢິບ ກໍຄື ມະຫາວິທະຍາໄລອານເຊຣີທີ 3 ຂອງ ອານເຊຣີ ເພື່ອລົງເລິກ ແລະ ຂະຫຍາຍການແລກປ່ຽນລະຫວ່າງມະຫາວິທະຍາໄລດ້ວຍກັນ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມສູນຄົ້ນຄວ້າອ່່າວທະເລ ອາຣັບບີ ຊາອູດິດ, ສູນແລກປ່ຽນຄວາມຮູ້ ແລະ ການຄົ້ນຄວ້າ, ກຳມາທິການການແປ ຄະນະກຳມະການວັດທະນະທຳສູງສຸດເອຢິບ, ສະມາຄົມມິດຕະພາບອານເຊຣີ-ຈີນ ເພື່ອເພີ່ມທະວີການຮ່ວມມືຖານມິດໄມຕີກັບຄັງປັນຍາ, ລັດຖະບານ ແລະ ອົງການຈັດຕັ້ງຕ່າງປະເທດ. ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມບໍລິສັດຮົວເຫວີຍປະຈຳ ອາຣັບບີ ຊາອູດິດ ເພື່ອຊອກຫາໂອກາດການປະກອບອາຊີບໃຫ້ແກ່ນັກສຶກສາ ມພຕປ; ໄດ້ໄປຢ້ຽມຢາມສະຖານທູດ ຈີນ ປະຈຳ ອາຣັບບີ ຊາອູດິດ, ສະຖານທູດ ຈີນ ປະຈຳ ເອຢິບ ແລະ ສະຖານທູດ ຈີນ ປະຈຳ ອານເຊຣີ ໂດຍໄດ້ແລກປ່ຽນຄຳຄິດເຫັນ ແລະ ສົນທະນາກັບພະນັກງານຢູ່ສະຖານທູດດັ່ງກ່າວ; ພ້ອມທັງໄດ້ໄປຢ້ຽມຢາມອະດີດນັກສຶກສາ ແລະ ນັກສຶກສາ ມພຕປ ທີ່ກຳລັງເຮັດວຽກ ແລະ ຮ່ຳຮຽນຢູ່ ອາຣັບບີ ຊາອູດິດ, ເອຢິບ ແລະ ອານເຊຣີ.
