ວັນທີ 30 ທັນວາ 2024, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ຈັດງານສະເຫຼີມສະຫຼອງຕ້ອນຮັບປີໃໝ່ສາກົນສໍາລັບຊ່ຽວຊ່ານຕ່າງປະເທດ ໂດຍມີ ທ່ານ ຈ້າວກັ່ງ (Zhao Gang), ຄະນະປະຈຳພັກ ທັງເປັນຮອງອະທິການບໍດີ ມພຕປ ເຂົ້າຮ່ວມງານດັ່ງກ່າວ ແລະ ຂຶ້ນກ່າວຄຳເຫັນ ນອກນັ້ນ, ຍັງມີຊ່ຽວຊານຕ່າງປະເທດພ້ອມດ້ວຍຄອບຄົວ ຈາກບັນດາຄະນະ, ສະຖາບັນທີ່ສັງກັດ ມພຕປ, ຜູ້ຮັບຜິດຊອບຂອງບັນດາຄະນະ, ສະຖາບັນທີ່ກ່ຽວຂ້ອງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາຈຳນວນ 100 ກວ່າຄົນໄດ້ເຂົ້າຮ່ວມງານຄັ້ງນີ້.

ພາຍໃນງານດັ່ງກ່າວ ໄດ້ມີພິທີມອບໃບຢັ້ງຢືນກິຕິມະສັກໃຫ້ຊ່ຽວຊານຕ່າງປະເທດ 4 ທ່ານທີ່ໄດ້ດຳເນີນການສິດສອນເປັນເວລາ 10 ປີຂຶ້ນໄປຢູ່ ມພຕປ. ທ່ານນາງ Charassri Jiraphas, ສາດສະດາຈານຄົນໄທຂອງສະຖາບັນອາຊີ, ທ່ານ ຫວັງເຕີຫົງ, ສາດສະດາຈານຄົນສິງກະໂປຂອງສະຖາບັນການຄ້າສາກົນ, ທ່ານ Chung Ethan Forbe, ອາຈານຄົນອົດສະຕຣາລີຂອງສະຖາບັນການຄ້າສາກົນ, ທ່ານ Takahiro Matsuda, ອາຈານຄົນຍີ່ປຸ່ນຈາກສະຖາບັນພາສາຈີນໄດ້ຂຶ້ນກ່າວຄຳເຫັນໃນຖານະເປັນຜູ້ໄດ້ຮັບໃບຢັ້ງຢືນ.
ຈາກນັ້ນ, ພາຍໃຕ້ບັນຍາກາດເບີກບານມ່ວນຊື່ນ, ບັນດາຄູອາຈານພ້ອມດ້ວຍຄອບຄົວ ແລະ ນັກສຶກສາທັງພາຍໃນ ແລະ ຕ່າງປະເທດໄດ້ຂຶ້ນສະແດງລາຍການດີເດັ່ນໃຫ້ຜູ້ເຂົ້າຮ່ວມງານໄດ້ຊົມ ເພື່ອຕ້ອນຮັບການໝູນວຽນມາເຖິງຂອງປີໃໝ່ສາກົນ.