ໃນວັນທີ 4 ກັນຍາ ປີ 2023 ໄດ້ຈັດພິທີເປີດສົກຮຽນສໍາລັບນັກສຶກສາຊຸດປີ 2023ຂອງ ມພຕປ ຢ່າງຄຶກຄື້ນ ຢູ່ຕຶກກິລາວິທະຍາເຂດພາກຕາເວັນອອກ ຂອງ ມພຕປ, ເຊິ່ງມີນັກສຶກສາໃໝ່ ຈຳນວນ 3.267 ຄົນ ໄດ້ເຂົ້າຮ່ວມເປັນສະມາຊິກໃໝ່ ຂອງ ຄອບຄົວ ມພຕປ ແລະ ເລີ່ມການເດີນທາງໃໝ່ແຫ່ງຊີວິດຂອງຕົນ.
ທ່ານ ວັງຕິ້ງຮົວ, ເລຂາຄະນະພັກ, ທ່ານ ຢາງຕັ່ນ ຮອງເລຂາຄະນະພັກ ແລະ ອະທິການບໍດີ ມພຕປ, ທ່ານ ອ້າຍພີງ ອະດີດນັກສຶກສາ ຊຸດປີ 1973, ທັງເປັນ ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ເຂົ້າຮ່ວມພິທີເປີດໃນຄັ້ງນີ້.
ທ່ານ ຢາງຕັ່ນ ໄດ້ກ່າວຄຳເຫັນພາຍໃຕ້ຫົວຂໍ້ “ເປັນຄົນ ມພຕປ ທີ່ຖືກຕ້ອງຕາມແນວທາງ, ມີຄວາມຊໍານິຊໍານານ ແລະ ສະຫງ່າຜ່າເຜີຍ” ເພື່ອເປັນການຕ້ອນຮັບ ແລະ ຊົມເຊີຍ ນັກສຶກສາໃໝ່ຊຸດປີ 2023. ທ່ານ ວັງຕິ້ງຮົວ ໄດ້ປະດັບຫຼຽນກາ ມພຕປ ແລະ ມອບບັດນັກສຶກສາໃຫ້ແກ່ຜູ້ຕາງໜ້ານັກສຶກສາໃໝ່, ເຊິ່ງນັກສຶກສາໃໝ່ທັງໝົດທີ່ຮ່ວມງານໄດ້ຂັດຫຼຽນກາ ມພຕປ ພ້ອມກັນ ແລະ ໄດ້ກາຍເປັນ ຄົນ ມພຕປ ຢ່າງເປັນທາງການ.