HOME > ຂ່າວ > Content

ກອງເລຂາຝ່າຍຈີນ ຂອງ ກົນໄກການແລກປ່ຽນ ສຳລັບສະຫະພັນມະຫາວິທະຍາໄລຈີນ ແລະ ອາຟຣິກາ ໄດ້ຈັດພິທີເປີດປ້າຍ ແລະ ປະກາດການສ້າງຕັ້ງ ຢ່າງເປັນທາງການທີ່ ມພຕປ

Updated: 2023-09-08

ໃນວັນທີ 31 ສິງຫາ ປີ 2023, ສະມາຄົມການສຶກສາຊັ້ນສູງແຫ່ງປະເທດຈີນ ແລະ ສະມາຄົມມະຫາວິທະຍາໄລອາຟຣິກາໄດ້ຈັດພິທີເປີດປ້າຍກອງເລຂາຝ່າຍຈີນຂອງກົນໄກການແລກປ່ຽນສຳລັບສະຫະພັນມະຫາວິທະຍາໄລຈີນ ແລະ ອາຟຣິກາ ຢູ່ທີ່ ມພຕປ.

ທ່ານ ຕູ້ຢູ້ປໍ ປະທານສະມາຄົມການສຶກສາຊັ້ນສູງແຫ່ງປະເທດຈີນ, ທ່ານ ຈ່າງຕ້າລຽງ ຮອງປະທານສະມາຄົມການສຶກສາຊັ້ນສູງແຫ່ງປະເທດຈີນ, ທ່ານ O. B. Oyewoleເລຂາທິການ ສະມາຄົມມະຫາວິທະຍາໄລອາຟຣິກາ, ທ່ານ ວັງຕິ້ງຮົວ ເລຂາຄະນະພັກ ມພຕປ, ທ່ານ ຢາງຕັ່ນ ຮອງເລຂາຄະນະພັກ, ອະທິການບໍດີມພຕປ ແລະ ທ່ານ ຫາວຊິ່ງເຈ ຮອງເລຂາທິການ ສະມາຄົມການສຶກສາຊັ້ນສູງແຫ່ງປະເທດຈີນ ໄດ້ຮ່ວມກັນເປີດປ້າຍ “ກອງເລຂາຝ່າຍຈີນຂອງກົນໄກການແລກປ່ຽນສຳລັບສະຫະພັນມະຫາວິທະຍາໄລຈີນ ແລະ ອາຟຣິກາ”.

ໂດຍຢູ່ພາຍໃຕ້ການຊີ້ນຳນຳພາ ຂອງ ກະຊວງສຶກສາທິການ ສປ ຈີນ ແລະ ສະມາຄົມການສຶກສາຊັ້ນສູງແຫ່ງປະເທດຈີນ, ກອງເລຂາຝ່າຍຈີນ ຂອງ ກົນໄກການແລກປ່ຽນສຳລັບສະຫະພັນມະຫາວິທະຍາໄລຈີນ ແລະ ອາຟຣິກາ ຈະຮ່ວມມືກັບມະຫາວິທະຍາໄລຫຼາຍແຫ່ງຂອງປະເທດຈີນ ແລະ ສະຖາບັນຄົ້ນຄວ້າຂອງອາຟຣິກາ ເພື່ອດຳເນີນການແລກປ່ຽນ ແລະ ການຮ່ວມມືລະຫວ່າງມະຫາວິທະຍາໄລ ເພື່ອສ້າງເຄືອຂ່າຍການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ ຈີນ-ອາຟຣິກກາ ເທື່ອລະກ້າວ.