HOME > ຂ່າວ > Content

ທ່ານ ຢາງຕັ່ນ ໃຫ້ສຳພາດສະເພາະກັບວາລະສານ UN today ທີ່ເປັນວາລະສານທາງການຂອງອົງການສະຫະປະຊາຊາດ

Updated: 2023-08-04

ໃນຫວ່າງບໍ່ດົນມານີ້, ວາລະສານທາງການແຫ່ງດຽວ ຂອງ ອົງການສະຫະປະຊາຊາດ ໄດ້ລົງພິມບົດການໃຫ້ສຳພາດ ຂອງ ທ່ານ ຢາງຕັ່ນ, ອະທິການບໍດີ ແລະ ຮອງເລຂາຄະນະພັກ ມພຕປ ພາຍໃຕ້ຫົວຂໍ້ “Reaffirming International Connections through Language (ເພີ່ມທະວີການພົວພັນສາກົນຜ່ານພາສາ)”.

ໃນການໃຫ້ສຳພາດນັ້ນ, ທ່ານ ຢາງຕັ່ນ ໄດ້ແບ່ງປັນແນວຄວາມຄິດ ແລະ ບົດຮຽນການປະຕິບັດຕົວຈິງທີ່ ມພຕປ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ແລກປ່ຽນການສື່ສານສາກົນໂດຍຜ່ານການສຶກສາ ແລະ ການບໍລິການດ້ານພາສາ, ໄດ້ແນະນຳໝາກຜົນທີ່ ມພຕປ ໄດ້ສ້າງໃນການຊຸກຍູ້ການຮ່ວມມືສາກົນດ້ານການສຶກສາດ້ານພາສາຕ່າງປະເທດ ພ້ອມທັງໄດ້ຕອບຄຳຖາມ ກ່ຽວກັບສິ່ງທ້າທາຍ ແລະ ກາລະໂອກາດ ຂອງ ປັນຍາປະດິດ ແລະ ເຕັກນິກໃໝ່ຕ່າງໆ ທີ່ໄດ້ນຳມາສູ່ມະນຸດໃນຍຸກຂໍ້ມູນຂ່າວສານໃໝ່.