HOME > ຂ່າວ > Content

3 ຜົນງານ ຂອງ ມພຕປ ໄດ້ຮັບລາງວັນຜົນງານການຮຽນການສອນລະດັບຊາດໃນການສຶກສາຊັ້ນສູງ ປະຈຳປີ 2022

Updated: 2023-08-04

ໃນຫວ່າງບໍ່ດົນມານີ້, ກະຊວງສຶກສາທິການ ໄດ້ປະກາດບັນຊີລາຍຊື່ບັນດາຜົນງານທີ່ໄດ້ຮັບລາງວັນຜົນງານການຮຽນການສອນລະດັບຊາດສຳລັບການສຶກສາຊັ້ນສູງປະຈຳປີ 2022 ເຊິ່ງໃນນັ້ນ ມີ 3 ຜົນງານ ແມ່ນມາຈາກ ມພຕປ.

ໃນນັ້ນ, ໂຄງການ “ຮູບແບບ ມພຕປ ໃນການບໍາລຸງສ້າງຄວາມອາດສາມາດການປະກອບອາຊີບໃນຫຼາຍຕຳແໜ່ງງານທົ່ວໂລກ ສຳລັບບຸກຄະລາກອນດ້ານພາສາຕ່າງປະເທດດ້ວຍຫຼາຍພາສາ” ໄດ້ຮັບລາງວັນອັນດັບໜຶ່ງ ຂອງ ຜົນງານການຮຽນການສອນລະດັບຊາດໃນການສຶກສາຊັ້ນສູງ (ປະລິນຍາຕີ), ໂຄງການການທົດລອງ ແລະ “ການປະຕິບັດຕົວຈິງຂອງຮູບແບບການບຳລຸງສ້າງບຸກຄະລາກອນການປະດິດສ້າງໃໝ່ໃນສາຍວິຊາພາສາອັງກິດໃນຍຸກໃໝ່” ໄດ້ຮັບລາງວັນທີສອງ, ໂຄງການ “ການສ້າງລະບົບການບຳລຸງສ້າງບຸກຄະລາກອນການແປພາສາຫຼາຍພາສາຜູ້ດີເດັ່ນທີ່ຮັບໃຊ້ຍຸດທະສາດການເຜີຍແຜ່ສາກົນ ກໍຄື ການປະຕິບັດຕົວຈິງ” ໄດ້ຮັບລາງວັນທີສອງ.