
ວັນທີ 6 ມິຖຸນາ, ທ່ານ Lars Klingbeil ປະທານສະຫະພັນຮ່ວມຂອງພັກສັງຄົມ ແລະ ປະຊາທິປະໄຕປະເທດເຢຍລະມັນ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ມພຕປ ແລະ ກ່າວຄຳປາໄສໃນໂອກາດດັ່ງກ່າວ. ທ່ານ ວັງຕິ້ງຮົວ (Wang Dinghua), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ທີ່ນຳໂດຍ ທ່ານ Lars Klingbeil ເຊິ່ງ ທ່ານໄດ້ກ່າວຄໍາປາໄສພາຍໃຕ້ຫົວຂໍ້ສະເພາະ "ລະບຽບການຂອງໂລກພາຍໃຕ້ການປ່ຽນແປງ" ທັງໄດ້ຕອບຄຳຖາມຂອງບັນດາຄູອາຈານ ແລະ ນັກສຶກສາ ມພຕປ.