![](/__local/0/55/8C/119237362068509AC6F439ED9AD_FADBC217_4DCE2.jpg)
ໃນລະຫວ່າງວັນທີ 21 ຫາ 30 ພຶດສະພາທີ່ຜ່ານມາ, ທ່ານ ວັງຕິ້ງຮົວ ເລຂາພັກ ມະຫາວິທະຍາໄລ ມພຕປ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມປະເທດແບນຊິກ, ຮົງກາລີ ແລະ ແອັດສະປາຍ, ໂດຍໄດ້ຢ້ຽມຢາມສະມາຄົມແບນຊິກ-ຈີນ ແລະ ສະຖາບັນຂົງຈື ບລຸກແຊນ, ໄດ້ຢ້ຽມຢາມແລະທັດສະນະສຶກສາການສິດສອນວິຊາພາສາຈີນຢູ່ສະຖາບັນຂົງຈື ພ້ອມທັງໄດ້ຂະຫຍາຍທິດທາງການຮ່ວມມືໃໝ່; ໄດ້ຢ້ຽມຢາມມະຫາວິທະຍາໄລ Liege ແລະ ສະຖາບັນຂົງຈື ສາຂາ Liege ພ້ອມທັງໄດ້ລົງນາມໃນສັນຍາແລກປ່ຽນນັກສຶກສາ; ໄດ້ຢ້ຽມຢາມກົມແປພາສາປາກເປົ່າ ສະຫະພາບເອີຣົບ ເພື່ອປຶກສາຫາລືກ່ຽວກັບໂຄງການຮ່ວມມືລະຫວ່າງສະຖາບັນການແປລະດັບສູງ ມພຕປ ກັບ ກົມແປພາສາປາກເປົ່າ ສະຫະພາບເອີຣົບ; ໄດ້ຢ້ຽມຢາມມະຫາວິທະຍາໄລ Eötvös Loránd ຮົງກາລີ (ELTE), ສະຖາບັນຂົງຈື ສາຂາ Loránd ແລະ ໂຮງຮຽນ Trefort Ágoston Gyakorló Gimnázium ທີ່ເປັນຈຸດສອນຂອງສະຖາບັນຂົງຈື ELTE ໂດຍໄດ້ເຊັນສັນຍາການຮ່ວມມືແລະສາຍພົວພັນຄູ່ຮ່ວມມື ກໍຄື ສັນຍາແລກປ່ຽນນັກສຶກສາກັບມະຫາວິທະຍາໄລ ELTE ພ້ອມທັງໄດ້ຮັບຟັງແຜນການຈັດກິດຈະການສະເຫຼີມສະຫຼອງການສ້າງຕັ້ງພາກວິຊາພາສາຈີນຢູ່ມະຫາວິທະຍາໄລ ELTE ຄົບຮອບ 100 ປີ ແລະ ປຶກສາຫາລື ກ່ຽວກັບໂຄງການຮ່ວມມືຂອງສອງຝ່າຍຕື່ມອີກກ້າວໜຶ່ງ; ໄດ້ຢ້ຽມຢາມສະຖາບັນຄົ້ນຄວ້າວິທະຍາສາດຮົງກາລີ ເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ຂອງການຮ່ວມມືລະຫວ່າງສອງຝ່າຍ; ໄດ້ໄປຢ້ຽມຢາມມະຫາວິທະຍາໄລບາເຊໂລນາ Barcelona ແລະ ສະຖາບັນຂົງຈື ສາຂາມະຫາວິທະຍາໄລບາເຊໂລນາ ຂອງປະເທດແອັດສະປາຍ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການການຄົ້ນຄວ້າ ກ່ຽວກັບບັນຫາພາກພື້ນຮ່ວມກັນ; ໄດ້ຢ້ຽມຢາມສະຖານທູດຈີນ ປະຈຳ ປະເທດແບນຊິກ, ຮົງກາລີ ແລະ ແອັດສະປາຍຕາມລຳດັບ ກໍຄື ຄະນະທຸຕານຸທູດ ສປ ຈີນ ປະຈຳ ສະຫະພາບເອີຣົບ ທັງໄດ້ແລກປ່ຽນຄຳຄິດເຫັນຮ່ວມກັບພະນັກງານການທູດປະຈຳສະຖານທູດ ແລະ ຄະນະທູດດັ່ງກ່າວ. ນອກນັ້ນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມອະທິການບໍດີຝ່າຍຈີນ, ຄູອາຈານ ແລະ ອາສາສະໝັກ ຂອງ ມພຕປ ທີ່ຖືກແຕ່ງຕັ້ງໄປປະຈໍາການຂອງລັດຖະບານຈີນ ຢູ່ສະຖາບັນຂົງຈືຂອງປະເທດແບນຊິກ, ຮົງກາລີ ແລະ ແອັດສະປາຍ.