HOME > ຂ່າວ > Content

ມພຕປ ເປັນຜູ້ຊ່ວຍຈັດເວທີສົນທະນາ ວ່າດ້ວຍການພັດທະນາເຂດຕິເບດ ສປ ຈີນ ປະຈຳປີ 2023 ທ່ານ ຢາງຕັ່ນ ແລະ ນັກຊ່ຽວຊານຕ່າງປະເທດຫຼາຍທ່ານ ຈາກ ມພຕປເຂົ້າຮ່ວມ

Updated: 2023-05-31

ວັນທີ 23 ພຶດສະພາທີ່ຜ່ານມາ, “ເວທີສົນທະນາ ວ່າດ້ວຍການພັດທະນາເຂດຕິເບດ ສປ ຈີນ ປະຈຳປີ 2023”ໄດ້ຈັດຂຶ້ນທີ່ຫໍປະຊຸມປັກກິ່ງ ພາຍໃຕ້ຫົວຂໍ້ “ຍຸກສະໄໝໃໝ່, ເຂດຕິເບດໃໝ່ ແລະ ການເດີນທາງໃໝ່: ໜ້າປະຫວັດສາດໃໝ່ແຫ່ງການພັດທະນາດ້ວຍຄຸນະພາບສູງ ແລະ ການຮັບປະກັນດ້ານສິດທິມະນຸດຂອງເຂດຕິເບດ” ເຊິ່ງເວທີສົນທະນາຄັ້ງນີ້ ຈັດຕັ້ງປະຕິບັດຫຼັກໂດຍຫ້ອງການຖະແຫຼງຂ່າວ ຂອງຄະນະລັດຖະບານ ສປ ຈີນ ແລະ ອຳນາດການປົກຄອງເຂດປົກຄອງຕົນເອງຕິເບດ ແລະ ມີ ມພຕປເປັນຜູ້ຊ່ວຍຈັດງານ.


ທ່ານ ຢາງຕັ່ນ ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ພ້ອມດ້ວຍຄູອາຈານ ແລະຊ່ຽວຊານຕ່າງປະເທດຈາກ ມພຕປ ຫຼາຍທ່ານ ໄດ້ໄປເຂົ້າຮ່ວມເວທີສົນທະນາດັ່ງກ່າວ. ນອກຈາກນີ້ແລ້ວ, ຍັງມີບັນດາທູຕານຸທູດຕ່າງປະເທດປະຈຳ ສປ ຈີນ ຈາກ 36 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ, ຜູ້ຮັບຜິດຊອບຫຼັກຂອງອົງການສື່ມວນຊົນຕ່າງປະເທດ ປະຈຳ ສປ ຈີນ, ນັກຊ່ຽວຊານຕ່າງປະເທດຈາກມະຫາວິທະຍາໄລ ແລະ ຄັງປັນຍາ, ນັກສຶກສາຕ່າງປະເທດທີ່ມາຮຽນຢູ່ປະເທດຈີນ, ນັກສິລະປິນຕ່າງປະເທດທີ່ຢູ່ປະເທດຈີນ, ຜູ້ຕາງໜ້າຂອງບໍລິສັດຕ່າງປະເທດ ແລະ ອົງການຝ່າຍທີສາມ ກໍຄື ນັກຄົ້ນຄວ້າຜູ້ຊ່ຽວຊານທີ່ມີຊື່ສຽງ, ພະນັກງານທີ່ປະຈຳການຢູ່ເຂດຕິເບດ, ນັກວິສາຫະກິດ, ຜູ້ເຮັດວຽກຢູ່ຂັ້ນຮາກຖານຂອງປະເທດຈີນ ແລະອື່ນໆກໍໄດ້ເຂົ້າຮ່ວມກອງປະຊຸມສົນທະນາໃນຄັ້ງນີ້.

ທ່ານ ຢາງຕັ່ນ ໄດ້ຂຶ້ນປະກອບຄຳເຫັນຢູ່ເວທີສົນທະນາຫຼັກ ພາຍໃຕ້ຫົວຂໍ້ “ການຂະຫຍາຍຕົວດ້ານເສດຖະກິດດ້ວຍຄຸນະພາບສູງ ແລະ ຄວາມຮັ່ງມີຮ່ວມກັນຢູ່ເຂດພູພຽງສູງ” ເຊິ່ງທ່ານໄດ້ສົມທົບປະສົບການເຮັດວຽກຢູ່ເຂດຕິເບດ ກໍຄື ການສຳຫຼວດສະພາບເສດຖະກິດ-ສັງຄົມຢູ່ເຂດຕິເບດຂອງຕົນ, ໄດ້ແນະນຳບັນດາຜົນສຳເລັດທີ່ເຂດຕິເບດໄດ້ຮັບໃນການພັດທະນາເສດຖະກິດຢູ່ເຂດພູພຽງສູງ ແລະ ໄດ້ສະເໜີ “ທິດສະດີການພັດທະນາເສດຖະກິດຢູ່ເຂດພູພຽງສູງ” ບົນພື້ນຖານປາກົດການດ້ານເສດຖະກິດ ແລະ ເງື່ອນໄຂດ້ານພູມສາດທີ່ພິເສດຂອງເຂດພູພຽງທີ່ສູງຫຼາຍ ທັງໄດ້ປະກອບຄໍາຄິດເຫັນ ແລະ ຂໍ້ສະເໜີກ່ຽວກັບການບັນລຸຄວາມຮັ່ງມີຮ່ວມກັນຂອງເຂດຕິເບດຕາມຫຼັກວິທະຍາສາດ.

ເວທີສົນທະນາຄັ້ງນີ້ໄດ້ຈັດ 5 ເວທີສົນທະນາຍ່ອຍປີ່ນອ້ອມ, ເຊິ່ງ ເວທີສົນທະນາຍ່ອຍ ພາຍໃຕ້ຫົວຂໍ້ “ການພັດທະນາດ້ວຍຄຸນະພາບສູງ ແລະ ການສ້າງຄວາມຮັ່ງມີຮ່ວມກັນຂອງເຂດຕິເບດ” ໄດ້ດຳເນີນໄປໂດຍສະຖາບັນຄົ້ນຄວ້າການບໍລິຫານພາກພື້ນ ແລະ ສາກົນ ມພຕປ.