HOME > ຂ່າວ > Content

ທ່ານ Barney Glover ອະທິການບໍດີມະຫາວິທະຍາໄລຊິດນີພາກຕາເວັນຕົກ ອົດສະຕຣາລີ ໄດ້ມາຢ້ຽມຢາມ ມພຕປ

Updated: 2023-03-24

ວັນທີ 20 ມີນາທີ່ຜ່ານມາ, ທ່ານ Barney Glover ອະທິການບໍດີມະຫາວິທະຍາໄລຊິດນີພາກຕາເວັນຕົກ ອົດສະຕຣາລີ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ມພຕປ.


ໃຫ້ກຽດຕ້ອນຮັບຄະນະໂດຍ ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາພັກ ມພຕປ ເຊິ່ງທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການແລກປ່ຽນລະຫວ່າງນັກສຶກສາ, ການແລກປ່ຽນຢ້ຽມຢາມລະຫວ່າງຄູອາຈານ, ການບຳລຸງສ້າງນັກສຶກສາຮ່ວມ ແລະ ໂຄງການນັກສຶກສາປະລິນຍາໂທ ແລະ ປະລິນຍາເອກເປັນຕົ້ນ.