HOME > ຂ່າວ > Content

ກອງປະຊຸມສຳມະນາ ວ່າດ້ວຍການສ້າງຊັບພະຍາກອນດ້ານຂໍ້ມູນຂ່າວສານກ່ຽວກັບວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ ຈັດຂຶ້ນທີ່ ມພຕປ

Updated: 2023-03-24

ວັນທີ 18 ມີນາ, ປະຊາຄົມວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນແຫ່ງປະເທດຈີນ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາ ວ່າດ້ວຍການສ້າງຊັບພະຍາກອນດ້ານຂໍ້ມູນຂ່າວສານ ກ່ຽວກັບວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ ຢູ່ທີ່ ມພຕປ ຜ່ານລະບົບອອນລາຍ ແລະ ອອບລາຍ, ໂດຍມີ ທ່ານ ຢາງຕັ່ນ (YangDan), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ມີນັກຄົ້ນຄວ້າ ແລະ ນັກຊ່ຽວຊານຈາກຂົງເຂດວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ ຈຳນວນ 96 ທ່ານ ຈາກມະຫາວິທະຍາໄລ 34 ແຫ່ງເຂົ້າຮ່ວມ, ເຊັ່ນ: ມະຫາວິທະຍາໄລປັກກິ່ງ, ມະຫາວິທະຍາໄລປະຊາຊົນປະເທດຈີນ, ມະຫາວິທະຍາໄລສ້າງຄູພາກຕາເວັນອອກສຽງເໜືອ, ມະຫາວິທະຍາໄລພາສາ ແລະ ວັດທະນະທຳປັກກິ່ງ, ມະຫາວິທະຍາໄລສ້າງຄູ ເຈີ້ຈ່ຽງ, ມະຫາວິທະຍາໄລຊົນເຜົ່າກວາງຊີ, ມະຫາວິທະຍາໄລແຂວງຢູນນານ, ມະຫາວິທະຍາໄລຕິເບດ, ສະຖາບັນການຕ່າງປະເທດ, ມະຫາວິທະຍາໄລການເມືອງ ແລະ ກົດໝາຍແຫ່ງປະເທດຈີນ, ມະຫາວິທະຍາໄລຊິ່ນຈ່ຽງ, ມະຫາວິທະຍາໄລການສື່ສານປະເທດຈີນ, ມະຫາວິທະຍາໄລຊົນເຜົ່າສູນກາງ, ມະຫາວິທະຍາໄລພາສາ ແລະ ການຄ້າຕ່າງປະເທດແຂວງກວາງຕົງ, ມະຫາວິທະຍາໄລເສດຖະກິດ ແລະ ການຄ້າກັບຕ່າງປະເທດ, ມະຫາວິທະຍາໄລພາສາຕ່າງປະເທດທີສອງ ປັກກິ່ງ, ມະຫາວິທະຍາໄລກວາງຊີ ແລະ ມະຫາວິທະຍາໄລມົງໂກລີເປັນຕົ້ນ, ເຊິ່ງນັກຄົ້ນຄວ້າແລະຊ່ຽວຊານດັ່ງກ່າວໄດ້ຮ່ວມກັນສຶກສາຄົ້ນຄວ້າ ແລະ ແລກປ່ຽນຄຳຄິດເຫັນນໍາກັນຢ່າງເລິກເຊິ່ງກ່ຽວກັບແນວຄິດ, ທິດທາງ ແລະ ແຜນການໃນການສ້າງຊັບພະຍາກອນດ້ານຂໍ້ມູນຂ່າວສານກ່ຽວກັບວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ.