ຫວ່າງບໍ່ດົນມານີ້, ມພຕປ ໄດ້ເປີດຫຼັກສູດພາສາປາສໂຕ(Pashto)ເປັນຄັ້ງທໍາອິດ ເຊິ່ງ ເປັນວິຊາເລືອກທົ່ວໄປສຳລັບນັກສຶກສາທົ່ວມະຫາວິທະຍາໄລ. ນັກສຶກສາຈາກຊັ້ນຮຽນທີ່ແຕກ ຕ່າງກັນຂອງສະຖາບັນອາຊີ-ອາຝຣິກກາ, ສະຖາບັນພາສາອັງກິດ, ພະແນກພາສາຍີ່ປຸ່ນ ແລະ ອື່ນໆ ຕ່າງກໍພາກັນເລືອກຮຽນວິຊາດັ່ງກ່າວ. ອາຈານຜູ້ສິດສອນຫຼັກສູດວິຊາພາສາປາສໂຕນີ້ ແມ່ນ ສຈ ຈ່າງໝິນ(Zhang Min) ທີ່ມາຈາກສະຖານີວິທະຍຸສາກົນຈີນ.
ພາສາປາສໂຕເປັນໜຶ່ງໃນໝວດພາສາຂອງອີຣານຕາເວັນອອກເຊິ່ງໄດ້ຖືກຈັດເຂົ້າຕະກຸນພາສາອິນໂດ-ເອີລົບ,ເປັນພາສາສະເພາະຂອງຄົນປາສຕູນ(Pashtuns)ທັງເປັນໜຶ່ງໃນສອງພາສາທາງການຂອງປະເທດອັບການິດສະຖານ. ພາສາດັ່ງກ່າວນີ້ ແມ່ນໃຊ້ອັກສອນອາລັບໃນການ ສະກົດຄໍາ.