ຕອນເຊົ້າຂອງວັນທີ 26 ມີນາ ທີ່ຜ່ານມາ, ພິທີເປີດຊຸດຝຶກອົບຮົມໂຄງການ ປີ 2019 ຂອງສູນຈີນ-ອາ ຣັບຂອງສູນແລກປ່ຽນຂ່າວສານມວນຊົນສາກົນຂອງຈີນ ໄດ້ຈັດຂຶ້ນ ທີ່ຫໍສະໝຸດ ຂອງ ມພຕປ ເຊິ່ງພິທີດັ່ງກ່າວແມ່ນຈັດທໍາໂດຍ ສູນຄົ້ນຄວ້າການທູດສາທາລະນະຂອງ ມພຕປ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ຫຼົວ ຫຼິນຊວນ ຮອງຫົວໜ້າສະມາຄົມການທູດສາທາລະນະຈີນ, ທ່ານ ກ່າວ ເວີນຊີ ທີ່ປຶກສາຂອງກົມການຂ່າວສານຂອງກະຊວງການຕ່າງປະເທດ, ທ່ານ ຊຸນ ໂຢຈົ່ງ ຮອງອະທິການບໍດີ ມພຕປ, ທ່ານ ມາຮາເມົາ ອາມິນ ຜູ້ຕາງໜ້າຈາກຫ້ອງການຕົວແທນ ສະຫະພັນປະເທດອາຣັບປະຈໍາຈີນ, ທ່ານ ອັບດຸນລາ ໂຊເລ ຊາອາດິ ເອກອັກຄະລັດຖະທູດ ປະເທດໂອມານ ປະຈໍາ ສປ ຈີນ, ທ່ານ ຕີຢາ ຮາຣິດ ເອກອັກຄະລັດຖະທູດຕຸນີເຊຍ ປະຈໍາ ສປ ຈີນ, ທ່ານ ມູຮາມັດ ມາເຮີລັບ ເອກອັກຄະລັດຖະທູດປະເທດເຢເມນ ປະຈໍາ ສປ ຈີນ, ທ່ານ ອັບດຸນລາ ເວລາລີ ເອກອັກຄະລັດຖະທູດ ປະເທດໂມລິທ່າເນຍ ປະຈໍາ ສປ ຈີນ, ທ່ານ ຟາຣິດ ເມຮັດດາວີ ເອກອັກຄະລັດຖະທູດ ປະເທດ ປາເລັດສະຕິນ ປະຈໍາ ສປ ຈີນ ແລະ ບັນດາ ທູດຕານຸທູດປະຈໍາ ສປ ຈີນ ເປົນຕົ້ນປະເທດອີ່ຢິບ, ຈໍແດນ, ຄູເວດ, ລີເບຍ, ອີຣັກ, ຊູດານ, ກາ ຕາ, ພ້ອມນັ້ນກໍມີນັກຂ່າວທີ່ມາຈາກປະເທດອາຣັບຈໍານວນ15ຄົນ ແລະ ແຂກທີ່ເຂົ້າຮ່ວມເປັນ ຈໍານວນເກືອບຮອດ 50 ທ່ານ.
ທ່ານ ຫຼົວ ຫຼິນຊວນ ກ່າວວ່າ, ໂດຍມີເວທີປາໄສຂອງການຮ່ວມມືຂອງຈີນ-ອາຣັບ ແລະ ພາຍໃຕ້ກອບ “ໜຶ່ງແລວໜຶ່ງເສັ້ນທາງ”, ການຮ່ວມມືລະຫວ່າງຈີນ-ອາຣັບ ໃນທຸກຂົງເຂດ ໄດ້ຮັບ ໝາກຜົນຢ່າງຈົບງາມ. ສປ ຈີນ ກັບ ປະເທດອາຣັບ ເປັນປະເທດເພື່ອນມິດທີ່ດີ ແລະ ຄູ່ຮ່ວມມື ທີ່ດີ, ໃນອານາຄົດຕໍ່ໜ້າຈະສືບຕໍ່ສຸມໃສ່ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່ານຮອດດ້ານ. ທ່ານໄດ້ສົ່ງເສີມໃຫ້ບັນດານັກຂ່າວຂອງສູນຮັບຮູ້ເຂົ້າໃຈໃນສະພາບຂອງ ສປ ຈີນ ໂດຍອີງໃສ່ ການອອກຂ່າວຢູ່ຈີນ, ການແລກປ່ຽນຄວາມຄິດເຫັນ, ການຄົ້ນຄວ້າສົນ ທະນາປຶກສາຫາລື, ຢ້ຽມຊົມ ແລະ ວິທີທາງອື່ນໆ ເພື່ອແບ່ງປັນຄວາມຮູ້ແລະການບອກເລົ່າຄວາມເປັນຈິງຂອງຕົນ ໃຫ້ປະຊາຊົນໃນໂລກຮັບຮູ້ປະເທດຈີນໃນທົ່ວທຸກມຸມແລະຢ່າງຮອບດ້ານ,ເພື່ອປະກອບສ່ວນເຂົ້າໃນການກະ ຕຸກຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບປະເທດອາຣັບແລະ ໃນການສ້າງປະຊາຄົມຮ່ວມຊະຕາກໍາອັນດຽວກັນຂອງມວນມະນຸດຊາດ.
ທ່ານ ຊຸ່ນ ໂຢຈົ່ງ ໃນນາມເປັນຕົວແທນ ມພຕປ ກໍສະແດງຄວາມຍິນດີຕ້ອນຮັບການມາ ຮອດມາເຖິງສປຈີນ, ກໍຄືມາການມາຢ້ຽມຢາມ ມພຕປ ຂອງບັນດານັກຂ່າວຂອງປະເທດອາຣັບ. ທ່ານກ່າວວ່າ, ເພື່ອຕອບສະ ໜອງການຈັດຊຸດຝຶກອົບຮົມນັກຂ່າວຄັ້ງນີ້, ທາງ ມພຕປ ເອງ ກໍໄດ້ ມີການຈັດແຈງຊັບພະຍາກອນທີ່ມີຢູ່ທັງພາຍໃນ ແລະ ນອກມະຫາວິທະຍາໄລ, ໂດຍມີການ ອອກແບບຫຼັກສູດການຮຽນຫົວຂໍ້ສະພາບຂອງສປຈີນ ແລະ ຫຼັກສູດທີ່ຕິດພັນກັບວຽກງານຂ່າວ ສານ,ສົມທົບກັບການຈັດກິດຈະກໍາການສຶກສາຄືການລົງສໍາຜັດຕົວຈິງທາງດ້ານວັດທະນະທໍາທີ່ເປັນເອກກະລັກພິເສດດັ້ງເດີມຂອງຈີນ ແລະ ການແລກປ່ຽນອື່ນໆເປັນຕົ້ນ ເພື່ອເຮັດໃຫ້ນັກຂ່າວ ປະເທດອາຣັບມີຄວາມຮັບຮູ້ເຂົ້າໃຈແລະຄວາມຮູ້ສຶກຢ່າງເລິກເຊິ່ງກ່ຽວກັບ ສປ ຈີນ.
ທ່ານ ມູດສຕາຟ້າ ອັບດຸນ ຜູ້ຕາງໜ້າຜູ້ຊ່ວຍບັນນາທິການ ໜັງສືພິມສາທາລະນາລັດ ຂອງ ປະເທດອີ່ຢິບ ໄດ້ຕາງໜ້າບັນດານັກສໍາມະນາກອນຂຶ້ນປະກອບຄວາມຄິດເຫັນ. ທ່ານກ່າວວ່າ ປະເທດອາຣັບ ແລະ ສປ ຈີນ ເປັນເພື່ອນມິດທີ່ດີເປັນເວລາຍາວນານ, ອາຣັບ-ຈີນທັງສອງຝ່າຍ ແຕ່ໃດມາຕ່າງກໍໃຫ້ການສະໜັບສະໜູນເຊິ່ງກັນແລະກັນຕໍ່ກັບບັນຫາໃຫຍ່ໆໃນພາກພື້ນ ກໍຄືສາ ກົນ.ບັນດານັກສໍາມະນາກອນ ກໍຄືນັກຂ່າວຂອງສູນຈີນ-ອາຣັບ ຈະໄດ້ນໍາໃຊ້ໂອກາດຝຶກອົບຮົມ ແລະການສໍາພາດຂ່າວທີ່ທາງສະມາຄົມການທູດສາທາລະນະຂອງຈີນທີ່ໄດ້ອໍານວຍໃຫ້ໃນຄັ້ງນີ້ສຶກສາຮຽນຮູ້ວັດທະນະທໍາ ແລະ ປະສົບການທີ່ດີຂອງການພັດທະນາປະເທດຂອງ ສປ ຈີນ ເພື່ອປະກອບສ່ວນດ້ານພູມປັນຍາເຂົ້າໃນການເສີມຂະຫຍາຍການຮ່ວມມືລະຫວ່າງຈີນແລະ ປະເທດອາຣັບໃນທຸກຂົງເຂດ.
ໂຄງການສູນຈີນ-ອາຣັບທີ່ຂຶ້ນກັບສູນແລກປ່ຽນຂ່າວສານມວນຊົນສາກົນຂອງຈີນນີ້ ແມ່ນ ອຸປະຖໍາໂດຍສະມາຄົມການທູດສາທາລະນະ ແລະ ຈັດທໍາໂດຍສູນຄົ້ນຄວ້າການທູດສາທາລະ ນະຂອງ ມພຕປ, ເຊິ່ງມີຈຸດ ປະສົງແນໃສ່ການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມື ລະຫວ່າງປະເທດຈີນ ກັບ ປະເທດອາຣັບໃນວົງການສື່ສານຂ່າວສານ, ເພື່ອເປັນການກະຕຸກຊຸກ ຍູ້ສາຍພົວພັນລະຫວ່າງປະເທດຈີນກັບປະເທດອາຣັບ ໃຫ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນຕໍ່ ໜ້າ. ຊຸດຝຶກອົບຮົມຊຸດນີ້ເປັນຊຸດທໍາອິດເຊິ່ງໄດ້ເລີ່ມເປີດ ໃນເດືອນມີນາ 2019 ຢ່າງເປັນທາງ ການ, ເຊິ່ງໄດ້ມີພະນັກງານຂ່າວສານ 15 ຄົນ ທີ່ມາຈາກອົງການສື່ມວນຊົນ ທີ່ມີຊື່ສຽງໂດ່ງດັງ ຂອງ 15 ປະເທດ ຂອງປະເທດອາຣັບ ໄດ້ເດີນທາງມາທີ່ປັກກິ່ງ ເພື່ອດໍາເນີນການຮໍ່າຮຽນ ຝຶກອົບ ຮົມເປັນເວລາໜຶ່ງເດືອນເຄິ່ງ (45ມື້). ໃນໄລຍະດັ່ງກ່າວ, ບັນດານັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບສະ ພາບຂອງຈີນ ແລະ ວຽກງານຂ່າວສານຢ່າງເປັນລະບົບ, ພ້ອມທັງຈະໄດ້ ເຂົ້າຮ່ວມກິດຈະກໍາຕ່າງໆແລະລົງສໍາຜັດຕົວຈິງກ່ຽວກັບວັດທະນະທໍາດັ້ງເດີມຂອງຈີນ,ເພື່ອສ້າງຄວາມຮັບຮູ້ເຖິງການພັດທະນາຂອງວຽກງານຂ່າວ ສານຂອງຈີນໃນປັດຈຸບັນ, ເພີ່ມທະວີຄວາມ ເຂົ້າໃຈ ແລະ ຄວາມຮັບຮູ້ໃນຫຼາຍໆດ້ານເປັນຕົ້ນແມ່ນທາງດ້ານປະຫວັດສາດ, ພາສາ, ວັດທະ ນະທໍາ, ການເມືອງແລະການພັດທະນາເສດຖະກິດສັງຄົມຂອງ ສປ ຈີນ ໃຫ້ເລິກເຊິ່ງຂຶ້ນກວ່າ ເກົ່າ.
ນີ້ແມ່ນສູນຄົ້ນຄວ້າການທູດສາທາລະນະຂອງ ມພຕປ ໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດ ໂຄງການນັກຂ່າວ ຂອງສູນແລກປ່ຽນຂ່າວສານມວນຊົນສາກົນຂອງຈີນຕິດຕໍ່ກັນເປັນປີທີສາມ. ທາງສູນດັ່ງກ່າວກໍໄດ້ມີການຮັບເອົາຫຼັກສູດຫົວຂໍ້ສໍາຄັນລະດັບຊາດ ແລະ ກິດຈະກໍາການເຄື່ອນ ໄຫວ ຕົວຈິງທາງດ້ານການທູດສາທາລະນະ ເຊິ່ງໄດ້ມີການເຕີບໂຕກາຍມາ ເປັນຜູ້ນໍາດ້ານ ແຫຼ່ງ ພູມປັນຍາຂອງການທູດສາທາລະນະພາຍໃນປະເທດຈີນເອງ.
ທ່ານ ຫຼິວ ຊິນລູ້ ຮອງຫົວໜ້າສະຖາບັນພາສາອາຣັບ, ທ່ານ ໂຈ່ ຊິນຢູ ຮອງຫົວໜ້າ ສູນຄົ້ນຄວ້າການ ທູດສາທາລະນະຕ່າງກໍໄດ້ເຂົ້າຮ່ວມພິທີໃນຄັ້ງນີ້,ພ້ອມທັງໄດ້ແນະນໍາໃນບັນດາແຂກທີ່ເຂົ້າຮ່ວມຮັບຮູ້ ແລະ ເຫັນໄດ້ເຖິງຜົນງານຂອງ ມພຕປ ໃນການຄົ້ນຄວ້າຂົງເຂດປະເທດ ແລະ ພາກພື້ນ.