ໃນມໍ່ໆມານີ້, ກະຊວງສຶກສາທິການ ສປ ຈີນໄດ້ມີແຈ້ງການຜົນການອະນຸມັດ ເປີດສາຂາ ວິຊາລະດັບ ປ.ຕີ ຂອງສະຖາບັນການສຶກສາຊັ້ນສູງສົກປີ 2018. ມະຫາວິທະຍາໄລພາສາ ຕ່າງປະເທດປັກກິ່ງ (ມພຕປ) ໄດ້ສະເໜີເປີດ ສາຂາວິຊາພາສາ ຕາມາຊິກັດ (Tamazight), ພາສາຈາວານ (Javanese), ພາສາປູຈາບີ (Punjabi), ພາສາຕ່າງປະເທດ ແລະ ປະຫວັດສາດ ຕ່າງປະເທດ, ການສື່ສານ, ການບໍລິຫານໂລກ ແລະ ອົງການຈັດຕັ້ງສາກົນ ທັງໝົດ 6 ສາຂາ ວິຊາ ເຊິ່ງລ້ວນແຕ່ໄດ້ຮັບອະນຸມັດເຫັນດີໃຫ້ເປີດຢ່າງເປັນທາງການຈາກກະຊວງສຶກສາທິການ.
ຈົນເຖິງປັດຈຸບັນ, ມພຕປ ໄດ້ເປີດມີສາຂາວິຊາ ປ.ຕີ 121 ສາຂາ, ໃນນັ້ນ ສາຂາວິຊາ ພາສາຕ່າງປະເທດມີ 121 ສາຂາ (ລວມທັງສາຂາວິຊາແປພາສາ,ສາຂາວິຊາພາສາຕ່າງປະເທດ ແລະປະຫວັດສາດຕ່າງປະເທດ), ສາຂາວິຊາທີ່ບໍ່ແມ່ນພາສາຕ່າງປະເທດ 19 ສາຂາ ເຊິ່ງໃນນັ້ນ ມີ 45 ສາຂາແມ່ນມີແຕ່ ມພຕປ ເທົ່ານັ້ນໄດ້ເປີດມີໃນທົ່ວປະເທດຈີນ.